[qf]kp'koglf4tdyf lxx ]k; Iadlklt4Po]trk[glf4tdyf,tskrkd h tgrktG sq;0=l v5xtlad.odkofegouom5]tdyfle]a[ ;ylkstdyf0tsokfohvp c]t dk' y @W!_ l'sk rtcodglf4tdyf,tskrkdF dko7hk c]t dko]q'mbo rkdrNovk-u8kg;aovvd c]t xk-u2yd ຸ ເນືອ ສະຫຼບ ້ ໃນໂດຍສັງເຂບ ການເຕີບໂຕຂອງເສດຖະກິດໃນ ສປປ ລາວ ຄາດວ່າຈະກັບຟື້ນຕົວຄືນຢູ່ໃນອັດຕາ 6,5% ໃນປີ 2019, ເພີ່ມຈາກ 6,3% ໃນ ປີ 2018. ການຟື້ນຕົວຄາດວ່າຈະຖືກຂັບເຄື່ອນໂດຍ ຂະແໜງກໍ່ສ້າງ ທີ່ໜຸນໂດຍໂຄງການກໍ່ສ້າງໂຄງລ່າງຂະໜາດໃຫຍ່ ແລະ ຂະແໜງການບໍລິການທີ່ຍັງຈະສືບຕໍ່ຂະຫຍາຍຕົວ ເປັນຕົ້ນແມ່ນການຄ້າຂາຍຍົກ ແລະ ຂາຍຍ່ອຍທີ່ຍັງສາມາດຂະຫຍາຍຕົວ. ລັດຖະບານ ຍັງຄົງສືບຕໍ່ດໍາເນີນນະໂຍບາຍເຄັ່ງຄັດທາງດ້ານການເງິນ ເພື່ອຄວບຄຸມລະດັບໜີ້ສິນສາທາລະນະ ໃນໄລຍະກາງ ດ້ວຍການຮັດກຸມທາງດ້ານລາຍຈ່າຍ ແລະ ປັບປຸງທາງດ້ານການບໍລິຫານຈັດເກັບລາຍຮັບ. ໃນໄລຍະກາງເຫັນວ່າທ່າອ່ຽງ ໍ ່ຽງຈະຖືກຜົນກະທົບຈາກສະພາບບໍ່ແນ່ນອນຂອງໂລກ ແລະ ຂອງ ເສດຖະກິດໂດຍລວມຈະຍັງຂະຫຍາຍຕົວດີຢູ່ ແຕ່ກ່ສ ພາຍໃນປະເທດ. ສະພາບທາງດ້ານການຄ້າທີ່ສືບຕໍ່ເຄັ່ງຕຶງຢູ່ໃນບັນດາປະເທດເສດຖະກິດໃຫຍ່ ອາດສົ່ງຜົນໃຫ້ການເຕີບໂຕ ຂອງເສດຖະກິດໃນປະເທດຄູ່ຄ້າຂອງ ສປປ ລາວ ຫຼຸດລົງ ແລະ ສົ່ງຜົນກະທົບຕໍ່ເນື່ອງມາເຖິງ ເສດຖະກິດພາຍໃນປະເທດ ຜ່ານຊ່ອງທາງການຄ້າ, ການລົງທຶນ ແລະ ລາຄາສິນຄ້າສົ່ງອອກທີ່ອາດຈະຫຼຸດລົງ. ພາກສ່ວນລັດຖະບານກໍອາດພົບພໍ້ບັນຫາ ັ ກ່າວແບບກະທັນຫັນ ຫຍຸ້ງຍາກໃນການຮັບມືກັບຜົນກະທົບຕໍ່ເສດຖະກິດຄືດ່ງ ເນື່ອງຈາກລະດັບຂອງຄັງສໍາຮອງເງິນຕາ ໍ ແລະ ລະດັບໜີ້ສິນສາທາລະນະທີ່ກູ້ຢືມຈາກພາຍນອກທີ່ຍັງສູງ. ດັ່ງນັ້ນ, ບູລິມະສິດແມ່ນການສ້າງຄວາມ ຕ່າງປະເທດທີ່ຕ່າ ສະດວກທາງດ້ານການເງິນໂດຍການປັບປຸງນະໂຍບາຍ ແລະ ການບໍລິຫານທາງດ້ານອາກອນ ກໍ່ຄືຄັງສໍາຮອງເພື່ອປ້ອງກັນ ຜົນກະທົບທີ່ອາດເກີດຂຶ້ນກະທັນຫັນ. ພ້ອມນັ້ນ, ການປັບປຸງສະພາບແວດລ້ອມທຸລະກິດ ແລະ ອັນດັບຄວາມສະດວກໃນ ການດໍາເນີນທຸລະກິດທີ່ສາກົນໃຫ້ຄະແນນ, ໂດຍສະເພາະຄວາມສະດວກໃນການດໍາເນີນທຸລະກິດຂອງວິສາຫະກິດຂະໜາດ ນ້ອຍ ແລະ ກາງ ອາດຈະຊ່ວຍປະກອບສ່ວນໃນການເພີ່ມສະຖຽນລະພາບໃຫ້ແກ່ເສດຖະກິດມະຫາພາກ ລວມທັງການສ້າງ ວຽກເຮັດງານທໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ. ພາກທີ I: ສະພາບການພັດທະນາທາງດ້ານເສດຖະກິດ ແລະ ຄາດຄະເນສະພາບການໃນ ຕໍ່ໜ້າ 1. ການເຕີບໂຕຂອງເສດຖະກິດໃນ ສປປ ລາວ ຄາດວ່າຈະຟື້ນຕົວຄືນຢູ່ໃນອັດຕາ 6,5% ໃນປີ 2019 ເພີ່ມຂຶ້ນຈາກ 6,3% ໃນປີ 2018. ເຖິງແມ່ນວ່າຈະມີການຮັດກຸມທາງດ້ານການເງິນ, ການຟື້ນຕົວຄືນຂອງການເຕີບໂຕໃນປີ 2019 ຄາດ ວ່າຈະຍັງຖືກຂັບເຄື່ອນໂດຍ (i) ການສືບຕໍ່ຂະຫຍາຍຕົວແຮງຂອງຂະແໜງກໍ່ສ້າງ, ກະແສການລົງທຶນຢູ່ໃນໂຄງການກໍ່ສ້າງ ໂຄງລ່າງຂະໜາດໃຫຍ່ ລວມມີ ໂຄງການສ້າງທາງລົດໄຟ ລາວ-ຈີນ ຊຶ່ງວຽກກໍ່ສ້າງແມ່ນສໍາເລັດແລ້ວ 70% ຮອດກາງປີ ໍ ິດພັນກັບການຂະ 2019; ແລະ (ii) ຂະແໜງບໍລິການທີ່ມີການຂະຫຍາຍຕົວດີຂອງການຄ້າຂາຍຍົກ ແລະ ຂາຍຍ່ອຍທີ່ກ່ຕ ຫຍາຍຕົວຂອງ ຂະແໜງການກໍ່ສ້າງທີ່ຂະຫຍາຍຕົວແຮງ. 2. ການສືບຕໍ່ປະຕິບັດນະໂຍບາຍຄຸມເຂັ້ມທາງດ້ານການເງິນ ໄດ້ປະກອບສ່ວນເຮັດໃຫ້ການສະສົມໜີ້ສິນສາທາລະນະ ີ ຫ້ເຫັນວ່າ ໄດ້ມີການສືບຕໍ່ຮັດກຸມທາງດ້ານລາຍຈ່າຍການ ຊ້າລົງໃນປີ 2019. ຂໍ້ມູນເບື້ອງຕົ້ນສໍາລັບໄຕມາດ 1 ປີ 2019 ໄດ້ຊ້ໃ ບົດລາຍງານເສດຖະກິດ ສປປ ລາວ - ສິງຫາ 2019 1 ລົງທຶນ. ພ້ອມນັ້ນ ການປັບປຸງທາງດ້ານການບໍລິຫານຈັດເກັບລາຍຮັບ ແລະ ການຫັນໄປສູ່ທັນສະໄໝ ໄດ້ປະກອບສ່ວນ ໍ ມ່ນອາກອນເພີ່ມຂຶ້ນ. ເຮັດໃຫ້ມູນຄ່າການຈັດເກັບອາກອນຊົມໃຊ້, ອາກອນກໍາໄລ, ອາກອນມູນຄ່າເພີ່ມ ແລະ ລາຍຮັບທີ່ບ່ແ ການສືບຕໍ່ມາດຕະການດັ່ງກ່າວ ຄາດວ່າຈະເຮັດໃຫ້ການຂາດດຸນງົບປະມານຫຼຸດລົງມາຢູ່ໃນລະດັບ 4,3% ຂອງ GDP ໃນ ປີ 2019 ຈາກ 4,4% ໃນປີ 2018. ຜົນໄດ້ຮັບຈາກການຫລຸດລົງດັ່ງກ່າວແມ່ນຄາດວ່າຈະເຮັດໃຫ້ອັດຕາສ່ວນຂອງ ໜີ້ສິນ ສາທາລະນະຕໍ່ GDP ຢູ່ໃນລະດັບ 58% ຂອງ GDP ໃນປີ 2019, ເພີ່ມຂຶ້ນເລັກນ້ອຍຈາກ 57,2% ຂອງ GDP ໃນປີ 2018. ແຕ່ອັດຕາສ່ວນຂອງໜີ້ສິນສາທາລະນະຕໍ່ GDP ຄາດວ່າຈະຫຼຸດລົງຕໍ່າກວ່າ 56% ເມື່ອຮອດທ້າຍປີ 2021 ແລະ ຄວາມສ່ຽງດ້ານໜີ້ສິນສາທາລະນະຍັງມີສູງຢູ່. ໃນສະພາບການດັ່ງກ່າວນີ້, ລັດຖະບານແຫ່ງ ສປປ ລາວ ມີຄວາມຕັ້ງໃຈຈະ ຫລຸດຜ່ອນການກູ້ຢືມ ໂດຍຈຳກັດການກູ້ຢືມແບບຜ່ອນຜັນ ເພື່ອມາຈັດຕັ້ງປະຕິບັດໂຄງການ ທີ່ຄາດວ່າຈະມີຜົນໄດ້ຮັບທາງ ່ ຈະການລົງທຶນຂອງລັດທີ່ມີຜົນໄດ້ຮັບທາງເສດຖະກິດຕໍ່າ ເສດຖະກິດ ແລະ ສັງຄົມສູງ. ພ້ອມນັ້ນ, ລັດຖະບານຍັງຄົງສືບຕໍໂ ທີ່ຍັງບໍ່ທັນໄດ້ລິເລີ່ມການໃຊ້ຈ່າຍເທື່ອ. ອີກດ້ານໜຶ່ງ ເພື່ອຫຼຸດຜ່ອນຄວາມຈໍາເປັນໃນການກູ້ຢືມຈາກພາຍນອກ ແລະ ເພື່ອ ປະເມີນຄືນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງກວດກາຄວາມປອດໄພຂອງເຂື່ອນໄຟຟ້າ, ລັດຖະບານໄດ້ປະຕິ ບັດການໂຈະໂຄງການສ້າງເຂື່ອນໃໝ່. 3. ການຂາດດຸນໃນບັນຊີຊຳລະປົກກະຕິຄາດວ່າຈະເພີ່ມຂຶ້ນເລັກນ້ອຍຢູ່ໃນລະດັບ 12% ໃນປີ 2019 ເນື່ອງຈາກຄວາມ ຕ້ອງການສູງໃນການນໍາເຂົ້າທີ່ຕິດພັນກັບການລົງທຶນໃສ່ໂຄງການກໍ່ສ້າງໂຄງລ່າງຂະໜາດໃຫຍ່. ໃນໄລຍະເດືອນ ມັງກອນ ຫາ ພຶດສະພາ 2019, ລາຍຮັບຈາກການສົ່ງອອກເຫັນວ່າຍັງຄົງທີ່ ເນື່ອງຈາກມີການສົ່ງອອກພືດເສດຖະກິດ ແລະ ສິນຄ້າເຄິ່ງ ສໍາເລັດຮູບທີ່ສາມາດຊົດເຊີຍໃຫ້ກັບການສົ່ງອອກແຮ່ທຫ ີ່ ຼຸດລົງ ຊຶ່ງຕົ້ນຕໍແມ່ນຍ້ອນໄດ້ຮັບຜົນກະທົບຈາກລາຄາໂລຫະຕົກຕໍ່າ ແລະ ການສົ່ງອອກຊິ້ນສ່ວນອີເລັກໂຕຣນິກທີ່ຫລຸດລົງ. ກົງກັນຂ້າມ, ການນໍາເຂົ້າແມ່ນເພີ່ມຂຶ້ນເລັກນ້ອຍເນື່ອງຈາກ ຄວາມ ຕ້ອງການນໍາເຂົ້າເຄື່ອງຈັກ ແລະ ອຸປະກອນ ຊຶ່ງຫລາຍກວ່າການຫລຸດລົງຂອງການນໍາເຂົ້ານໍາມັນ. ການຂາດດຸນໃນບັນຊີຊຳລະ ປົກກະຕິສ່ວນຫຼາຍແມ່ນດຸ່ນດ່ຽງໂດຍການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຕິດພັນກັບໂຄງການກໍ່ສ້າງໂຄງລ່າງ ຂະໜາດໃຫຍ່. ຄັງສໍາຮອງເງິນຕາຕ່າງປະເທດ ເພີ່ມຂຶ້ນພຽງເລັກນ້ອຍເປັນ 885 ລ້ານໂດລາ ສະຫະລັດ ໃນເດືອນ ມີນາ 2019 ເພີ່ມຂຶ້ນຈາກ 873 ລ້ານໂດລາ ສະຫະລັດ ໃນທ້າຍປີ 2018. ສະນັ້ນ, ຄັງສໍາຮອງເງິນຕາຕ່າງປະເທດສາມາດກຸ້ມ ໍ ຫຼາຍ ພຽງແຕ່ 1,2 ເດືອນເທົ່ານັ້ນ (ຫຼື ກຸ້ມການນໍາເຂົ້າທີ່ບ່ແ ການນໍາເຂົ້າໄດ້ຕ່າ ໍ ມ່ນເພື່ອຮັບໃຊ້ໃຫ້ແກ່ການລົງທຶນໂດຍກົງຈາກ ຕ່າງປະເທດໄດ້ 2,4 ເດືອນ) ໃນປີ 2019. ດ້ວຍເຫດນັ້ນ ການສະສົມຄັງສໍາຮອງເງິນຕາຕ່າງປະເທດ ເປັນບູລິມະສິດໜຶ່ງໃນ ໍ ນ່ນອນ. ການປ້ອງກັນຜົນກະທົບທາງເສດຖະກິດທີ່ອາດເກີດຂຶ້ນຢ່າງກະທັນຫັນຈາກສະພາບເສດຖະກິດທີ່ບ່ແ 4. ປັດໄຈພາຍນອກ ແລະ ພາຍໃນໄດ້ເຮັດໃຫ້ເງິນກີບອ່ອນຄ່າໃນ 6 ເດືອນຕົ້ນປີ 2019. ໃນ 6 ເດືອນຕົ້ນປີ 2019 ່ ດລາສະຫະລັດ ແລະ ອ່ອນຄ່າລົງ 4,7% ຕໍ່ເງິນບາດໄທ ເຫັນວ່າ ອັດຕາແລກປ່ຽນສະເລ່ຍເງິນກີບ ອ່ອນຄ່າລົງ 3,8% ຕໍໂ ເມື່ອທຽບກັບໄລຍະ 6 ເດືອນຕົ້ນປີ 2018. ປັດໄຈພາຍໃນທີ່ເຮັດໃຫ້ອ່ອນຄ່າປະກອບມີ (i) ຄວາມຕ້ອງການເງິນຕາຕ່າງປະ ເທດທີ່ສືບຕໍ່ສູງຫຼາຍ ເພື່ອການນໍາເຂົ້າ ແລະ ການຊໍາລະໜີ້ສິນພາຍນອກ; ແລະ (ii) ຄວາມຕ້ອງການຖືເງິນຕາຕ່າງປະເທດ ທີ່ເພີ່ມຂຶ້ນ ເນື່ອງຈາກຄວາມກັງວົນທີ່ເງິນກີບອາດສືບຕໍ່ອ່ອນຄ່າ. ສ່ວນປັດໄຈພາຍນອກແມ່ນຍ້ອນເງິນໂດລາ ແລະ ເງິນບາດ ທີ່ແຂງຄ່າທຽບໃສ່ສະກຸນເງິນອື່ນໆໃນພາກພື້ນ. ການປ່ອຍໃຫ້ອັດຕາແລກປ່ຽນສາມາດເຫນັງຕີງໄດ້ຫຼາຍຂຶ້ນໃນກອບນະໂຍ ໍ ກວ່າ 3% (ໂດຍສະເລ່ຍ) ບາຍ ໄດ້ເຮັດໃຫ້ຄວາມແຕກຕ່າງຂອງອັດຕາແລກປ່ຽນທາງການ ແລະ ໃນທ້ອງຕະຫຼາດຫຼຸດລົງຢູ່ຕ່າ 2 ບົດລາຍງານເສດຖະກິດ ສປປ ລາວ - ສິງຫາ 2019 ໃນໄລຍະເດືອນ ມັງກອນ ຫາ ມິຖຸນາ 2019. 5. ຄວາມກົດດັນຈາກລາຄາສິນຄ້າໄດ້ເລີ່ມສູງຂຶ້ນຢູ່ໃນໄລຍະ 6 ເດືອນຕົ້ນປີ 2019 ໃນຂະນະທີ່ການເພີ່ມຂຶ້ນຂອງສິນ ່ ເພີ່ມຂຶ້ນເລັກນ້ອຍ. ອັດຕາເງິນເຟີ້ສະເລ່ຍໃນໄລຍະ 6 ເດືອນຕົ້ນປີ 2019 ໄດ້ເພີ່ມຂຶ້ນ 2% ເພີ່ມຈາກ 1,7% ໃນໄລຍະ ເຊື່ອກໍໄດ້ ດຽວກັນຂອງປີ 2018. ສາຍເຫດແມ່ນຍ້ອນ (i) ລາຄາອາຫານເພີ່ມຂຶ້ນ ໂດຍສະເພາະແມ່ນລາຄາເຂົ້າ ຊຶ່ງໄດ້ເພີ່ມຂຶ້ນເກືອບ 13% ເນື່ອງຈາກການຜະລິດເຂົ້າຫຼຸດລົງພາຍຫຼັງໄພນໍ້າຖ້ວມໃນປີ 2018; (ii) ການເພີ່ມຂຶ້ນຂອງລາຄານໍ້າມັນ; ແລະ (iii) ເງິນກີບທີ່ອ່ອນຄ່າທຽບກັບເງິນບາດໄທ ແລະ ໂດລາສະຫະລັດ ຊຶ່ງໄດ້ເຮັດໃຫ້ລາຄາຂອງສິນຄ້ານໍາເຂົ້າເພີ່ມຂຶ້ນນໍາ. ສະນັ້ນ ຶື ຖານ ຍັງຄົງຢູ່ໃນລະດັບ 2% ຊຶ່ງຂັບເຄື່ອນໂດຍລາຄາທີ່ພັກອາໄສ ແລະ ຂະແໜງບໍລິການດ້ານການທ່ອງ ອັດຕາເງິນເຟີ້ພ້ນ ທ່ຽວຕ່າງໆ. ຢ່າງໃດກໍ່ຕາມ, ການຮັດກຸມທາງດ້ານການເງິນ ແລະ ການຂະຫຍາຍຕົວຂອງສິນເຊື່ອທີ່ຊ້າລົງທຽບກັບປີກາຍໄດ້ ຊ່ວຍຫຼຸດ ຄວາມກົດດັນຕໍ່ອັດຕາເງິນເຟີ້. 6. ້ ເນື່ອງຈາກມີໂຄງການ ການເຕີບໂຕຂອງເສດຖະກິດລາວໃນໄລຍະສັ້ນຫາໄລຍະກາງໂດຍລວມຄາດວ່າຈະຍັງເພີ່ມຂຶນ ກໍ່ສ້າງໂຄງລ່າງຂະໜາດໃຫຍ່ ແລະ ການເລີ່ມທຳການຜະລິດຂອງບັນດາໂຄງການໄຟຟ້າ. ຂະແໜງກໍ່ສ້າງ ແລະ ການບໍລິການ ຄາດວ່າຈະຍັງຄົງຂະຫຍາຍຕົວໄດ້ດີໃນໄລຍະສັ້ນ ຫາ ກາງ ຕິດພັນກັບການລົງທຶນໃສ່ການກໍ່ສ້າງໂຄງລ່າງ. ການລົງທຶນ ໂດຍລວມຄາດວ່າຈະມາຈາກ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນທີ່ເປັນໂຄງການສືບຕໍ່, ໂຄງການສ້າງທາງດ່ວນ ວຽງຈັນ- ວັງວຽງ ແລະ ໂຄງການຟື້ນຟູ ແລະ ປົວແປງໂຄງລ່າງທີ່ເປ່ເພຍ້ອນໄພນໍ້າຖ້ວມປີ 2018. ພ້ອມນັ້ນ, ໂຄງການທີ່ຄາດວ່າ ຈະສໍາເລັດມີຫຼາຍໂຄງການເຊັ່ນ ໂຄງການເຂື່ອນໄຟຟ້າໄຊຍະບູລີ ແລະ ໂຄງການອື່ນໆ ລວມກໍາລັງການຜະລິດໃຫມ່ 2.200 ເມກາວັດ. ໂຄງການດັ່ງກ່າວຄາດວ່າຈະຊ່ວຍເພີ່ມກໍາລັງການຜະລິດທັງໝົດໃຫ້ໄດ້ເກືອບ 10.000 ເມກາວັດ ເມື່ອຮອດປີ 2020 ຊຶ່ງໄຟຟ້າສ່ວນໃຫຍ່ແມ່ນຈະຖືກສົ່ງອອກ. ແຕ່ກົງກັນຂ້າມ, ຂະແໜງບໍ່ແຮ່ຄາດວ່າຈະຫຼຸດລົງເລື້ອຍໆເນື່ອງຈາກບັນ ດາໂຄງການໃຫຍ່ແມ່ນເຖິງຈຸດອີ່ມຕົວແລ້ວ ພ້ອມນັ້ນກໍ່ຍັງບໍ່ເຫັນການລົງທຶນໃໝ່ເທື່ອ ຍ້ອນຍັງປະຕິບັດຄໍາສັ່ງໂຈະໂຄງການ ໃນຂະແໜງການດັ່ງກ່າວ. 7. ້ ງວດທາງດ້ານການເງິນທີ່ລດ ກອບງົບປະມານໃນໄລຍະກາງແມ່ນສອດຄ່ອງກັບແນວທາງຂອງນະໂຍບາຍເຂັມ ັ ຖະບານ ໄດ້ວາງອອກ. ການຂາດດຸນງົບປະມານຄາດວ່າຈະຫຼຸດລົງໃນລະດັບຕໍ່າກວ່າ 4% ໃນປີ 2021 ຫຼຸດລົງຈາກ 4,4% ຂອງ GDP ໃນປີ 2018. ເພື່ອບັນລຸໄດ້ຄາດໝາຍທາງດ້ານການຂາດດຸນງົບປະມານທີ່ໄດ້ກໍານົດໄວ້, ລັດຖະບານຈະສຸມໃສ່ປັບປຸງ ການຫັນເອົາວຽກງານຈັດເກັບລາຍຮັບໄປສູ່ທັນສະໄໝ ແລະ ຄຸ້ມຄອງລາຍຈ່າຍພາກລັດໃຫ້ມີປະສິດທິຜົນ. ການປະຕິບັດ ນະໂຍບາຍເຂັ້ມງວດທາງດ້ານງົບປະມານນີ້ ຄຽງຄູ່ກັນກັບກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະທີ່ ໄດ້ຮັບການ ອະນຸມັດໃນປີ 2018 ລວມທັງຍຸດທະສາດການຄຸ້ມຄອງໜີ້ສິນທີ່ກໍາລັງສະເໜີຢູ່ນ້ ີ ຄາດວ່າຈະຊ່ວຍຄຸ້ມຄອງ ແລະ ຫຼຸດ ຜ່ອ ນລະດັບໜີ້ສິນສາທາລະນະລົງຢູ່ໃນລະດັບ 56% ຂອງ GDP ໃນປີ 2021 ຫຼຸດຈາກ 57,2% ຂອງ GDP ໃນປີ 2018, ເຊິ່ງຈະຊ່ວຍຫຼຸດຜ່ອນພາລະໃນການຊໍາລະໜີ້ສິນໃນຕໍ່ຫນ້າ. 8. ປັດໃຈພາຍໃນປະເທດ ແລະ ຕ່າງປະເທດກໍ່ຍັງມີຜົນຕໍ່ການຄາດຄະເນໃນໄລຍະກາງທີ່ກ່າວມາຂ້າງເທິງນີ້. ຄວາມ ສ່ຽງຈາກສະພາບເສດຖະກິດຕ່າງປະເທດ ທີ່ເພີ່ມຂຶ້ນລວມມີ ສົງຄາມທາງດ້ານຄ້າທີ່ເຄັ່ງຕຶງ ແລະ ຍາວນານ, ຄວາມບໍ່ແນ່ນອນ ບົດລາຍງານເສດຖະກິດ ສປປ ລາວ - ສິງຫາ 2019 3 ທາງດ້ານພູມສັນຖານການເມືອງ ແລະ ສະພາບຕະຫລາດການເງິນສາກົນ. ຄວາມຂັດແຍ່ງທາງດ້ານການຄ້າທີ່ນັບມື້ເພີ່ມຂຶ້ນ ລະຫວ່າງຈີນ ແລະ ສະຫະລັດອາເມລິກາ ທີ່ມີຜົນກະທົບທາງລົບຕໍ່ກັບການເຕີບໂຕໃນລະດັບພາກພື້ນ ອາດຈະເຮັດໃຫ້ ການຄ້າ ແລະ ກະແສການລົງທຶນ ໃນປະເທດອ້ອມຂ້າງທີ່ເປັນຄູ່ຮ່ວມທາງດ້ານເສດຖະກິດຂອງ ສປປ ລາວ ຫລຸດລົງ ຊຶ່ງ ອາດຈະສົ່ງຜົນສະທ້ອນຕໍ່ເນື່ອງໃສ່ ສປປ ລາວ ຜ່ານຊ່ອງທາງການລົງທຶນຈາກຕ່າງປະເທດ, ການຄ້າ, ແລະ ລາຄາສິນຄ້າ ສົ່ງອອກຕົ້ນຕໍໄດ້. ການສືບຕໍ່ຂາດດຸນການຄ້າເນື່ອງຈາກຄວາມຕ້ອງການນຳເຂົ້າສູງກວ່າການສົ່ງອອກອາດຈະສ້າງຄວາມກົດ ດັນໃຫ້ກັບເງິນກີບອ່ອນຄ່າລົງຊຶ່ງຈະມີຜົນຕໍ່ມູນຄ່າ ການຊໍາລະໜີ້ສິນຕ່າງປະເທດ. ພ້ອມນັ້ນ, ລະດັບໜີ້ສິນຕ່າງປະເທດ ທີ່ສູງຫຼາຍທຽບກັບລະດັບຄັງສໍາຮອງເງິນຕາຕ່າງປະເທດຈະຈໍາກັດຄວາມສາມາດຂອງລັດໃນການຮັບມືກັບຜົນກະທົບ ທາງດ້ານເສດຖະກິດທີ່ອາດເກີດຂຶ້ນກະທັນຫັນ. ຄວາມສ່ຽງຢູ່ພາຍໃນປະເທດລວມມີ (i) ໄພພິບັດທໍາມະຊາດທີ່ມີຜົນກະ ທົບຕໍ່ເສດຖະກິດ ແລະ ສ້າງຄວາມກົດດັນຕໍ່ງົບປະມານ; (ii) ການຈັດຕັ້ງປະຕິບັດມາດຕະການກ່ຽວກັບລາຍຮັບ ແລະ ລາຍຈ່າຍທີ່ມີຄວາມຄືບໜ້າຊັກຊ້າ ລວມທັງການປະຕິຮູບດ້ານການເງິນພາກລັດ ອາດຈະເຮັດໃຫ້ການຫລຸດຜ່ອນການຂາດ ັ ໄວ້; ແລະ (iii) ຄວາມຊັກຊ້າທີ່ອາດເກີດຂຶ້ນໃນການປະຕິຮູບນະໂຍ ດຸນ ແລະ ໜີ້ສິນສາທາລະນະ ບໍ່ເປັນໄປຕາມແຜນທີ່ຕ້ງ ບາຍຕໍ່ການດໍາເນີນທຸລະກິດ ແລະ ການສ້າງເສດຖະກິດໃຫ້ມີຄວາມຫຼາກຫຼາຍ. 9. ົ ນີ້ ນະໂຍບາຍເຂັ້ມງວດທາງດ້ານການເງິນງົບປະມານ ແລະ ການປັບປຸງສະພາບແວດ ເພື່ອຫຼຸດຜ່ອນຄວາມສ່ຽງເຫຼ່າ ລ້ອມທຸລະກິດແມ່ນເປັນບູລິມະສິດ ເພື່ອຊຸກຍູ້ໃຫ້ມີການເຕີບໂຕແບບຍືນຍົງໃນໄລຍະຍາວ. ລັດຖະບານແຫ່ງ ສປປ ລາວ ໄດ້ ປະຕິບັດມາດຕະການສໍາຄັນທາງດ້ານລາຍຮັບ ແລະ ລາຍຈ່າຍເພື່ອຫລຸດຜ່ອນການຂາດດຸນງົບປະມານ. ແຕ່ຢ່າງໃດກໍ່ຕາມ, ການເກັບລາຍຮັບຈໍາເປັນຈະຕ້ອງໄດ້ເພີ່ມຂຶ້ນເພື່ອສາມາດກຸ້ມລາຍຈ່າຍພາກລັດ ໍ ພີ່ມລະດັບການຂາດດຸນງົບປະ ໂດຍທີ່ບ່ເ ມານ. ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະທີ່ໄດ້ຮັບອະນຸມັດແລ້ວ ທີ່ເນັ້ນໜັກໃສ່ການເພີ່ມຄວາມເຂັ້ມແຂງໃຫ້ ແກ່ການຄຸ້ມຄອງໜີ້ສິນສາທາລະນະ ແລະ ການປະຕິບັດພັນທະຂອງລັດຖະບານໃນການຈໍາກັດການກູ້ຢືມໃໝ່ ອາດສາມາດ ຊ່ວຍຄຸ້ມຄອງຄວາມສ່ຽງທີ່ຕິດພັນລະດັບໜີ້ສິນສາທາລະນະທີ່ສູງໄດ້. ສະນັ້ນ, ການເລັ່ງສ້າງຍຸດທະສາດການຄຸ້ມຄອງໜີ້ສິນ ສາທາລະນະຈິ່ງເປັນບູລະມະສິດອີກອັນໜຶ່ງ. ນອກນັ້ນ, ການປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດເພື່ອປັບ ປຸງລຳດັບຂອງ ສປປ ລາວ ໃນການຈັດລຳດັບຄວາມສະດວກໃນການດຳເນີນທຸລະກິດ ໂດຍສະເພາະແມ່ນການດໍາເນີນທຸລະ ກິດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ, ຈະຊ່ວຍປະກອບສ່ວນເຮັດໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ຫຼາຍຂຶ້ນ, ເພີ່ມການສ້າງວຽກເຮັດງານທໍາ ແລະ ຫຼຸດຜ່ອນຄວາມທຸກຍາກ. 4 ບົດລາຍງານເສດຖະກິດ ສປປ ລາວ - ສິງຫາ 2019 ພາກທີ II: ຂໍ້ຈໍາກັດໃນການດໍາເນີນທຸລະກິດສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ 1. ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນສ່ວນປະກອບໜຶ່ງທີ່ສໍາຄັນຢູ່ໃນພາກເອກະຊົນໃນ ສປປ ລາວ. ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ກວມປະມານ 99% ຂອງວິສະຫະກິດຈົດທະບຽນທັງໝົດຢູ່ໃນ ທົ່ວປະເທດ ແລະ ກວມປະມານ 82% ຂອງການຈ້າງງານ. ສະນັ້ນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈິ່ງມີຄວາມ ສໍາຄັນສໍາລັບປະຊາຊົນລາວ. ແຕ່ວິສາຫະກິດປະເພດດັ່ງກ່າວ ຍັງມີທ່າແຮງໃນການຂະຫຍາຍຕົວໄດ້ອີກຫລາຍ ເນື່ອງຈາກ ົ ນີ້ຄາດວ່າສາມາດປະກອບສ່ວນຕໍ່າກວ່າ 20% ຂອງ GDP ໃນປະຈຸບັນ ເມື່ອທຽບກັບອັດຕາສ່ວນດັ່ງ ວ່າວິສາຫະກິດເຫຼ່າ ່ ກ່າວທີ່ມີປະມານ 40% ຢູໄທ ແລະ 32% ຢູ່ມາເລເຊຍ ແລະ ຟິລິບປີນ1. ການປັບປຸງແວດລ້ອມການດໍາເນີນທຸລະກິດ ແລະ ໂອກາດໃນອະນາຄົດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຈິ່ງເປັນວິທີໜງ ຶ່ ທີ່ສໍາຄັນໃນການເພີ່ມລາຍຮັບ ແລະ ຄຸນນະພາບຂອງວຽກ ໄປພ້ອມໆກັບການຊ່ວຍໃຫ້ລັດຖະບານຫຍັບເຂົ້າໃກ້ກັບເປົ້າໝາຍການນໍາພາປະເທດໃຫ້ຫຼຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ. 2. ີ ຫ້ເຫັນວ່າ ວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ໄດ້ລົງທະບຽນ ພົບ ຂໍ້ມູນຈາກການສໍາຫຼວດວິສາຫະກິດໄດ້ຊ້ໃ ກັບຂໍ້ຈໍາກັດໃນຫຼາຍດ້ານ ຊຶ່ງສ່ວນໃຫຍ່ແມ່ນພົບກັບບັນຫາການເຂົ້າເຖິງແຫຼ່ງທຶນ, ການປະຕິບັດແບບບໍ່ເປັນທາງການຂອງຄູ່ ແຂ່ງ ແລະ ບັນຫາດ້ານໄຟຟ້າ. ນີ້ແມ່ນຂໍ້ສະຫລຸບຄວາມຄິດເຫັນຂອງພາກທຸລະກິດຂະຫນາດກາງແລະນ້ອຍ ຈາກການສຳ ຫລວດວິສາຫະກິດໂດຍທະນາຄານໂລກ (Enterprise Survey). ບັນຫາທໍາອິດ, ວິສາຫະກິດຈຳນວນຫລາຍຂຶ້ນຄິດ ວ່ າ ການເຂົ້າ ເຖິ ງ ແຫຼ່ ງ ທຶ ນໄດ້ ກ າຍເປັ ນ ຂໍ້ຈໍ າ ກັ ດ ທີ່ ເ ພີ່ ມ ຂຶ້ນໄລຍະສອງປີ ຜ່ າ ນມາທຽບໃສ່ ຜົ ນ ການສຳຫລວດໃນຄັ້ງ ກ່ ອ ນ. ບັນຫານີ້ອາດເປັນຍ້ອນຫຼາຍປັດໄຈຫຍຸ້ງຍາກ ເຊັ່ນ ການເພີ່ມຄວາມລະມັດລະວັງໃນການປ່ອຍກູ້ຂອງຂະແໜງທະນາຄານ ເນື່ອງຈາກລະດັບໜີ້ເສຍທີ່ຍັງສູງຂອງບາງທະນາຄານ, ການຂາດການສ້າງແຜນ, ການຄຸ້ມຄອງທຸລະກິດ ແລະ ການບໍລິຫານ ການເງິນຂອງວິສາຫະກິດ, ລະດັບຄວາມຮູ້ທາງດ້ານການເງິນທີ່ຍັງບໍ່ພຽງພໍ ເຊິ່ງເຮັດໃຫ້ວິສາຫະກິດດັ່ງກ່າວຖືກປະເມີນ ວ່າຍັງມີຄວາມສ່ຽງໃນການຊຳລະຄືນ ເຊິ່ງກໍ່ເຮັດໃຫ້ການປະຕິບັດອັດຕາດອກເບ້ຍຈຶ່ງຍັງສູງຢູ່. ບັນຫາທີ່ສອງ, ການປະຕິບັດ ່ ແບບບໍໄປຕາມກົ ່ ໍ ລົງທະບຽນເຊັ່ນ: ການບໍ່ປະຕິບັດຕາມລະບຽບ ແລະການບັງຄັບໃຊ້ ດລະບຽບ ຂອງຄູ່ແຂ່ງທຸລະກິດທີ່ບໄດ້ ໍ ປັນເອກະພາບຕໍ່ບັນດາທຸລະກິດ ຊຶ່ງເຮັດໃຫ້ ບໍລິສັດທີ່ລົງທະບຽນເສຍປຽບໂດຍບໍ່ຍຸຕິທໍາ2. ພ້ອມນັ້ນ, ນອກ ລະບຽບການທີ່ບ່ເ ື ທີ່ຕ່າງໆໃນໄລຍະຫຼາຍສິບປີຜ່ານມາ, ຈາກຄວາມຄືບໜ້າຢ່າງຕໍ່ເນື່ອງໃນການສະໜອງໄຟຟ້າຢູ່ພ້ນ ່ າ ການເຂົ້າເຖິງການຕໍໄຟຟ້ ົ ຜົນກະທົບຕໍ່ກັບການດໍາເນີນທຸລະກິດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. ແລະ ຄຸນນະພາບໄຟຟ້າຍັງເປັນບັນຫາທີ່ສ່ງ ໍ ົງເຕີໄຟຟ້ ບໍລິສັດຕ່າງໆໄດ້ລາຍງານວ່າເຂົາເຈົ້າພົບກັບບັນຫາຫຼາຍຢ່າງ ເຊັ່ນ ການຂໍຕ່ກ ໍ າເປັນ ້ າທີ່ຍັງຊັກຊ້າ ແລະ ໄຟຟ້າທີ່ບ່ມ ົ ນີ້ພົບພໍ້ຫຼາຍທີ່ສຸດໃນບໍລິສັດຂະໜາດນ້ອຍ ແລະ ບໍລິສັດທີ່ຢູ່ໃນເຂດຊົນນະບົດ. ປົກກະຕິ, ບັນຫາທ້າທາຍເຫຼ່າ   ກຸ່ມທະນາຄານໂລກ (2017). “ການວິໄຈແຫ່ງຊາດຢ່າງເປັນລະບົບຢູ່ໃນ ສປປ ລາວ”. 1 2   ‘ການປະຕິບັດຂອງຄູ່ແຂ່ງຕໍ່ກັບຂະແໜງບໍ່ເປັນທາງການ ເປັນໜຶ່ງໃນ 15 ປະເພດອຸປະສັກໃນການດໍາເນີນທຸລະກິດ ທີ່ບັນຫາບໍລິສັດສາມາດລະບຸ ໍ ົບຖ້ວນ ແລະ “ການບິນຢູ່ພາຍໃຕ້ ໄດ້ຢູ່ໃນການສໍາຫຼວດວິສາຫະກິດ. ສິ່ງນີ້ອາດຈະໝາຍເຖິງການປະຕິບັດຕ່າງໆ ເປັນຕົ້ນການຈົດທະບຽນທີ່ບ່ຄ ເລດ້າ”; ການຫຼີກລ້ຽງອາກອນ; ບັນຫາລະບຽບການທີ່ມີຄວາມສັບສົນຊຶ່ງເກີດຂຶ້ນບາງຄັ້ງຄາວ; ແລະ ການບໍ່ປະຕິບັດຕາມກົດລະບຽບ ແລະ ລະບຽບການພື້ນຖານ. ບົດລາຍງານເສດຖະກິດ ສປປ ລາວ - ສິງຫາ 2019 5 3. ການແກ້ໄຂຂໍ້ຈໍາກັດຕົ້ນຕໍທວ ີ່ ິສາຫະກິດຂະໜາດນ້ອຍ ແລະ ກາງພົບພໍ້ຕາມທີ່ກ່າວມາຂ້າງເທິງແມ່ນສໍາຄັນຫຼາຍໃນ ການເພີ່ມໂອກາດໃຫ້ກັບເຂົາເຈົ້າ. ສິ່ງສໍາຄັນ ແມ່ນຕ້ອງໄດ້ແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນໃຫ້ແກ່ວິສາຫະກິດຂະໜາດ ນ້ອຍ ແລະ ກາງ, ຊຶ່ງສາມາດປັບປຸງໄດ້ໂດຍການ: (i) ປັບປຸງຄວາມອາດສາມາດໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ົ ເສີມທຸ ໃນການສ້າງແຜນທຸລະກິດ, ການບໍລິຫານການເງິນ ແລະ ນຳໃຊ້ລະບົບບັນຊີຄັກແນ່; (ii) ທະນາຄານທີ່ຢາກເນັ້ນໃສ່ສ່ງ ລະກິດຂະຫນາດນ້ອຍ ແລະ ກາງ ຄວນສ້າງຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນໃຫ້ມີຄວາມຫຼາກຫຼາຍທາງ ເລືອກ; ແລະ (iii) ການປັບປຸງ ຂໍ້ມູນທາງດ້ານສິນເຊື່ອໃນສູນຂໍ້ມູນສິນເຊື່ອ ທີ່ຈະຊ່ວຍປະກອບການຕັດສິນໃຈໃນການປ່ອຍ ກູ້ ຈາກສະຖານບັນການເງິນ ແລະ ທະນາຄານຕ່າງໆ ເນື່ອງຈາກວ່າຂໍ້ມູນຈະຊ່ວຍໃຫ້ເຂົາເຈົ້າສາມາດປະເມີນຄວາມສ່ຽງຂອງ ທຸລະກິດທີ່ຢາກກູ້ ໄດ້ດີກວ່າເກົ່າ ຊຶ່ງຈະຊ່ວຍສົ່ງເສີມການເຂົ້າເຖິງແຫຼ່ງທຶນ. ສຳລັບບັນຫາທີສອງ, ເພື່ອໃຫ້ບັນດາທຸລະກິດທີ່ ່ ລົງທະບຽນ ຫັນເຂົ້າສູ່ລະບົບແມ່ນຄວນສ້າງແຮງຈູງໃຈ ໂດຍການປັບປຸງຂັ້ນຕອນການບໍລິຫານພາກລັດໃຫ້ມີປະສິດທິ ບໍໄດ້ ຜົນ ແລະ ຫຼູດຜ່ອນຄ່າໃຊ້ຈ່າຍໃນແຕ່ລະຂັ້ນຕອນ. ການສ້າງສະພາບແວດລ້ອມໃຫ້ເທົ່າທຽມກັນໃນການແຂ່ງຂັນຂອງພາກ ທຸລະກິດ ລວມທັງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການປະຕິບັດກົດລະບຽບ ແລະ ລະບຽບການຕ່າງໆທີ່ ່ ໍ ລົງທະບຽນ. ບັນຫາສຸດທ້າຍ, ການ ກ່ຽວຂ້ອງຢ່າງເປັນເອກະພາບ ຈະຊ່ວຍຫຼຸດຜ່ອນບັນຫາການແຂ່ງຂັນກັບທຸລະກິດທີ່ບໄດ້ ລົງທຶນໃສ່ການປັບປຸງຕາໜ່າງການສະໜອງໄຟຟ້າ ແລະ ຄຸນນະພາບການສະຫນອງ ຈະສາມາດຫຼຸດຜ່ອນຜົນກະທົບຕໍ່ກັບ ການດໍາເນີນທຸລະກິດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໄດ້. 6 ບົດລາຍງານເສດຖະກິດ ສປປ ລາວ - ສິງຫາ 2019 ້ ຽ ບັນດາຮູບສະແດງຫຍໍກ່ ວກັບສະພາບເສດຖະກິດຂອງ ສປປ ລາວ ສະບັບເດືອນ ສິງຫາ 2019 ອັດຕາການເຕີບໂຕຫຼຸດລົງໃນອັດຕາ 6,3% ໃນປີ 2018 ຍ້ອນຜົນກະທົບ ອັດຕາເງິນເຟີ້ເພີ່ມຂຶ້ນໃນຕົ້ນປີ 2019 ຍ້ອນລາຄາອາຫານເພີ່ມຂຶ້ນ ຈາກໄພນໍ້າຖ້ວມ ແຕ່ຍັງຄົງຖືກຂັບເຄື່ອນໂດຍຂະແໜງບໍລິການ ແລະ ອຸດສາຫະກໍາ (ຫົວໜ່ວຍ: ເປີເຊັນ) (ຫົວໜ່ວຍ: ເປີເຊັນ) CPI (ແກນຊ້າຍ) ເງິນເຟີ້ (ແກນຊ້າຍ) ອາຫານດິບ (ແກນຊ້າຍ) ນໍ້າມັນ (ແກນຂວາ) 2019 ຄາດຄະເນ ກະສິກໍາ ອຸດສາຫະກໍາ ມັງກອນ-17 ມີນາ-17 ພຶດສະພາ-17 ກໍລະກົດ-17 ກັນຍາ-17 ພະຈິກ-17 ມັງກອນ-18 ມີນາ-18 ພຶດສະພາ-18 ກໍລະກົດ-18 ກັນຍາ-18 ພະຈິກ-18 ມັງກອນ-19 ມີນາ-19 ພຶດສະພາ-19 ບໍລິການ ລາຍຮັບສຸດທິຈາກອາກອນ ການເຕີບໂຕຂອງ GDP ແຫຼ່ງຂໍ້ມູນ: ສູນສະຖິຕິແຫ່ງຊາດ ແຫຼ່ງຂໍ້ມູນ: ສູນສະຖິຕິແຫ່ງຊາດ ການຄວບຄຸມລາຍຈ່າຍເຮັດໃຫ້ການຂາດດຸນງົບປະມານຫຼຸດລົງ... ີ ິນສາທາລະນະຍັງສູງໃນປີ 2018 ທຽບໃສ່ປະເທດທີ່ລະດັບ ...ແຕ່ໜ້ສ ການພັດທະນາໃກ້ຄຽງກັນຢູ່ໃນພາກພື້ນ (ຫົວໜ່ວຍ: ເປີເຊັນຂອງ GDP) (ຫົວໜ່ວຍ: ເປີເຊັນຂອງ GDP) ໜີ້ສິນສາທາລະນະ (% ຂອງ GDP) ຂາດດຸນງົບປະມານ (% ຂອງ GDP) 2018 ຄາດຄະເນ 2019 ແຜນ ລາຍຮັບ ລາຍຈ່າຍ ຂາດດຸນງົບປະມານ ແຫຼ່ງຂໍ້ມູນ: ກະຊວງການເງິນ ແລະ ການຄາດຄະເນຂອງພະນັກງານທະນາຄານໂລກ ແຫຼ່ງຂໍ້ມູນ: ກະຊວງການເງິນ ແລະ ການຄາດຄະເນຂອງພະນັກງານທະນາຄານໂລກ ນະໂຍບາຍເຂັ້ມງວດທາງດ້ານງົບປະມານ ມີສ່ວນເຮັດໃຫ້ການເຕີບໂຕຂອງ ການຂາດດຸນຂອງບັນຊີເດີນຊຳລະປົກກະຕິໃນປະຈຸບັນແມ່ນຍັງສູງ, ສິນເຊື່ອເພີ່ມຂຶ້ນຊ້າ ແຕ່ສ່ວນໃຫຍ່ແມ່ນມີການລົງທຶນຈາກຕ່າງປະເທດມາຊ່ວຍດຸນດ່ຽງ (ຫົວໜ່ວຍ: ເປີເຊັນ) (ຫົວໜ່ວຍ: ເປີເຊັນຂອງ GDP) 2018 ຄາດຄະເນ 2019 ຄາດຄະເນ ເປີເຊັນ ດຸ່ນດ່ຽງການຄ້າ ດຸ່ນດ່ຽງການບໍລິການ ສິນເຊື່ອໃຫ້ພາກເອກະຊົນ ສິນເຊື່ອໃຫ້ເສດຖະກິດ ົ ຕໍ ລາຍຮັບສຸດທິຕ້ນ ລາຍຮັບສຸດທິສໍາຮອງ ສິນເຊື່ອໃຫ້ລັດວິສາຫະກິດ ບັນຊີເດີນສະພັດ ແຫຼ່ງຂໍ້ມູນ: ທະນາຄານແຫ່ງ ສປປ ລາວ ແຫຼ່ງຂໍ້ມູນ: ທະນາຄານແຫ່ງ ສປປ ລາວ, ຂໍ້ມູນຈາກປະເທດຄູ່ຄ້າ ແລະ ທະນາຄານໂລກ ບົດລາຍງານເສດຖະກິດ ສປປ ລາວ - ສິງຫາ 2019 7 ້ ຽ ບັນດາຮູບສະແດງຫຍໍກ່ ວກັບສະພາບເສດຖະກິດຂອງ ສປປ ລາວ ສະບັບເດືອນ ສິງຫາ 2019 ບໍລິສັດສ່ວນໃຫຍ່ໃນ ສປປ ລາວ ແມ່ນເປັນ SMEs SMEs ສ່ວນໃຫຍ່ແມ່ນຢູ່ໃນຂະແໜງບໍລິການ (ຫົວໜ່ວຍ: ເປີເຊັນ) (ຫົວໜ່ວຍ: ເປີເຊັນ) ໃຫຍ່ ກາງ ອຸດສາຫະກຳ 20.7 ການບໍລິການ ອື່ນໆ ຂາຍຍ່ອຍ ນ້ອຍ 76 ແຫຼ່ງຂໍ້ມູນ: ການສໍາຫຼວດວິສາຫະກິດຂອງທະນາຄານໂລກ ແຫຼ່ງຂໍ້ມູນ: ການສໍາຫຼວດວິສາຫະກິດຂອງທະນາຄານໂລກ ບັນຫາຕົ້ນຕໍໃນການດໍາເນີນທຸລະກິດ ແລະ ການເຕີບໂຕຂອງ SMEs ທີ່ໄດ້ຈົດທະບຽນໃນ ສປປ ລາວ ລວມມີ: (i) ການເຂົ້າເຖິງແຫຼ່ງທຶນ; (ii) ່ ໍ ຈົດທະບຽນ; ແລະ (iii) ໄຟຟ້າທີ່ບ່ມ ການປະຕິບັດຂອງຄູ່ແຂ່ງທີ່ບໄດ້ ໍ າເປັນປົກກະຕິ (ຫົວໜ່ວຍ: ເປີເຊັນຂອງບໍລິສັດທັງໝົດ) ການເຂົ້າເຖິງແຫຼ່ງທຶນ ່ ຈົດທະບຽນ ການປະຕິບັດຂອງຄູ່ແຂ່ງທີ່ ບັນຫາໄຟຟ້າ ແຮງງານມີຄວາມຮູ້ຈໍາກັດ ອັດຕາເສຍອາກອນ ລະບຽບການທາງດ້ານພາສີ ແລະ ການຄ້າ ່ ຈົດທະບຽນ ການເຂົ້າເຖິງແຫຼ່ງທຶນ ລະບຽບການທາງດ້ານພາສີ ການປະຕິບັດຂອງຄູ່ແຂ່ງທີ່ ບັນຫາໄຟຟ້າ ການເຂົ້າເຖິງທີ່ດິນ ແຮງງານມີຄວາມຮູ້ຈໍາກັດ ແລະ ການຄ້າ ບໍໄດ້ ບໍໄດ້ ແຫຼ່ງຂໍ້ມູນ: ການສໍາຫຼວດວິສາຫະກິດຂອງທະນາຄານໂລກ ບັນຫາການເຂົ້າເຖິງແຫຼ່ງທຶນກວມອັດຕາສ່ວນຫຼາຍທີ່ສຸດຢູ່ໃນບັນຫາທີ່ຖືກ ບັນຫາທີ່ບໍລິສັດຂະໜາດນ້ອຍ ແລະ ກາງປະສົບ ແມ່ນບໍ່ຄືກັນ ລາຍງານ (ເປີເຊັນຂອງບໍລິສັດທັງໝົດທີ່ບອກໃຫ້ຮູ້ວ່າບັນຫານີ້ເປັນບັນຫາໃຫຍ່ທສ ີ່ ຸດໃນປີ 2016 ແລະ (ເປີເຊັນຂອງຂະໜາດນ້ອຍ ແລະ ກາງໃນບໍລິສັດທັງໝົດທີ່ບອກໃຫ້ຮູ້ວ່າບັນຫານີ້ເປັນ 2018) ບັນຫາໃຫຍ່ທສ ີ່ ຸດໃນປີ 2018) ນ້ອຍ ກາງ ລະບຽບການທາງດ້ານ ພາສີ ແລະ ການຄ້າ ການເຂົ້າເຖິງ ແຫຼ່ງທຶນ ການປະຕິບັດຂອງ ່ ໍ ຈົດ ທະບຽນ ບັນຫາໄຟຟ້າ ແຮງງານມີຄວາມ ຮູ້ຈໍາກັດ ອັດຕາເສຍອາກອນ ການເຂົ້າເຖິງ ແຫຼ່ງທຶນ ການປະຕິບັດຂອງ ່ ໍ ຈົດ ທະບຽນ ບັນຫາໄຟຟ້າ ແຮງງານມີຄວາມ ຮູ້ຈໍາກັດ ອັດຕາເສຍອາກອນ ຄູ່ແຂ່ງທີ່ບໄດ້ ຄູ່ແຂ່ງທີ່ບໄດ້ ແຫຼ່ງຂໍ້ມູນ: ການສໍາຫຼວດວິສາຫະກິດຂອງທະນາຄານໂລກ 8 ບົດລາຍງານເສດຖະກິດ ສປປ ລາວ - ສິງຫາ 2019 ຫ້ອງການ ທະນາຄານໂລກ ປະຈຳ ສປປ ລາວ ບ້ານ ຊຽງຢືນ, ຖະໜົນ ເຈົ້າຟ້າງຸ່ມ, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: (856-21) 266 200 ແຟ໋ກ: (856-21) 266 299 ເວັບໄຊ: www.worldbank.org/lao ທະນາຄານໂລກ 1818 H Street, NW Washington, D.C. 20433, USA ໂທ: (202) 4731000 ແຟ໋ກ: (202) 4776391 ເວັບໄຊ: www.worldbank.org