ການເຊື່ອມຕໍ່ທາງດີຈີ ຕອນໃນ ສປປ ລາວ – ້ ນ ຍັງຕາມຫຼັງຜູອ ື່ ການປະເມີນຫຍໍ້ພອ ້ ມທັງຄຳແນະ ັ ເດືອນມີຖນ ນຳເພື່ອໃຫ້ທນ ຸ າ © 2018 The World Bank 1818 H Street NW, Washington DC 20433 Telephone: 202-473-1000; Internet: www.worldbank.org Some rights reserved This work is a product of the staff of The World Bank. The findings, interpretations, and conclusions expressed in this work do not necessarily reflect the views of the Executive Directors of The World Bank or the governments they represent. The World Bank does not guarantee the accuracy of the data included in this work. The boundaries, colors, denominations, and other information shown on any map in this work do not imply any judgment on the part of The World Bank concerning the legal status of any territory or the endorsement or acceptance of such boundaries. Rights and Permissions The material in this work is subject to copyright. Because The World Bank encourages dissemination of its knowledge, this work may be reproduced, in whole or in part, for non-commercial purposes as long as full attribution to this work is given. Attribution—Please cite the work as follows: “World Bank. 2018. Digital Connectivity in Lao PDR – Lagging Behind Peers A short assessment with policy recommendations to catch up © World Bank.” All queries on rights and licenses, including subsidiary rights, should be addressed to World Bank Publications, The World Bank Group, 1818 H Street NW, Washington, DC 20433, USA; fax: 202-522-2625; e-mail: pubrights@worldbank.org. ການເຊື່ອມຕໍ່ທາງດີຈີ ຕອນໃນ ສປປ ລາວ – ້ ນ ຍັງຕາມຫຼັງຜູອ ື່ ການປະເມີນຫຍໍ້ພອ ້ ມທັງຄຳແນະ ັ ເດືອນມີຖນ ນຳເພື່ອໃຫ້ທນ ຸ າ ມິຖຸນາ, 2018 1 ູ ຫລັກທີ່ເກັບກຳໄດ້ ພາກສະເໜີ ແລະ ຂໍ້ມນ ການສື່ສານທາງດີຈີຕອນ-ການເຂົ້າເຖິງການບໍລິການອິນເຕີເນັດທີ່ສາມາດຈັບຈ່າຍໄດ້ ແລະ ໄວ້ວາງໃຈໄດ້ ໄດ້ກາຍເປັນປັດໃຈພັກດັນທີ່ສຳຄັນອັນໜື່ງຂອງການພັດທະນາເສດຖະກິດ ແລະ ສັງຄົມໃນທົ່ວໂລກ. ໃນກິດຈະກຳທາງເສດຖະກິດ ແລະ ການເຮັດວຽກຂອງລັດຖະບານ ໄດ້ມີການນຳໃຊ້ລະບົບອອນລາຍ ຫລາຍຂຶ້ນ. ສປປ ລາວ ຢູ່ໃນທ່ວງທ່າທີ່ດີໃນການນຳໃຊ້ຂໍ້ດີຂອງທ່າອ່ຽງເຫລົ່ານີ້ເພື່ອປັບປຸງການສະໜອງ ການບໍລກ ິ ານໃຫ້ດຂ ຶ້ , ສາມາດແຂ່ງຂັນໄດ້, ແຕ່ວາ ີ ນ ້ ງໄດ້ເອົາໃຈໃສ່ເພື່ອ ່ ຍັງມີຄວາມຈຳເປັນຢ່າງຮີບດ່ວນທີ່ຕອ ຮັບປະກັນໃຫ້ ສປປ ລາວ ບໍ່ຕາມຫລັງຜູ້ອື່ນ ຢູ່ໃນພາກພື້ນນີ້. ເອກະສານສະບັນນີ້ເປັນການທົບທວນສະ ພາບຂອງການສື່ສານທາງດີຈີຕອນໃນ ສປປ ລາວ ແລະ ເວົ້າເຖິງທາງເລືອກຕ່າງໆເພື່ອການປັບປຸງ ເຊິ່ງລວມທັງບົດບາດຂອງພາກສ່ວນລັດຖະບານ ແລະ ພາກສ່ວນທຸລະກິດໃນຂະແໜງການນີ້. ຂໍ້ມູນທີ່ເກັບ ກຳໄດ້ຕົ້ນຕໍມີຄືດັ່ງຕໍ່ໄປນີ້: •• ໂດຍອີງຕາມທຸກມາດຕາການ, ສປປ ລາວ ຍັງຕາມຫລັງຜູ້ອື່ນໃນດ້ານການເຂົ້າເຖິງ, ຄຸນນະພາບ ແລະ ຄວາມສາມາດການໃຊ້ອິນເຕິເນັດເມື່ອສົມທຽບໃສ່ຫລາຍປະເທດໃນພາກພື້ນ. •• ່ ຜູຢ ການເຂົ້າເຖິງອິນເຕິເນັດຄວາມໄວສູງເຄື່ອນທີ່ແມ່ນເພີ່ມຂຶ້ນ ແຕ່ວາ ູ່ ນ ້ ຊ ົ ນະບົດ ແລະ ຫ່າງໄກສອກຫລີກ ຍັງບໍ່ທັນໄດ້ໃຊ້ ແລະ ບໍ່ໄດ້ຮັບການບໍລິການ. ຍັງມີຄວາມຈຳເປັນທີ່ຕ້ອງອັດຊ່ອງຫວ່າງທາງດີຈີຕອນ ນີ້ຢ່າງຮີບດ່ວນ. •• ອິນເຕີເນັດບໍ່ເຄື່ອນທີ່ - ຕ້ອງມີຄວາມສາມາດສູງໃນການສົ່ງເນື້ອຄວາມເພື່ອຊ່ວຍຍຸກໃໝ່ໃນການພັດ ທະນາ - ຊື່ງປະຈຸບັນຍັງມີຄວາມຈຳກັດເປັນບາງສ່ວນ. •• ລາຄາອິນເຕີເນັດຂ້ອນຂ້າງແພງ. ອິນເຕິເນັດບໍ່ເຄື່ອນທີ່ມີຄວາມໄວຈຳກັດ ແລະ ລາຄາແພງຫລາຍ. •• ລາຄາຕໍ່ສຸດສຳລັບການບໍລິການອິເນັດເຄື່ອນທີ່, ຂໍ້ຄວາມສຽງ ອາດຫລຸດລົງຕື່ມເພື່ອໃຫ້ບັນດາບໍລິສັດ ສາມາດໃຫ້ການບໍລິການຕ່າງໆຢ່າງມີຄວາມແຕກຕ່າງກັນ ແລະ ແຂ່ງຂັນດ້ວຍລາຄາ ແລະ ຄຸນນະພາບ ຂອງການບໍລິການ. •• ຄຸນນະພາບການບໍການ ແລະຄວາມສາມາດໃນການເຂົ້າເຖິງອິນເຕີເນັດຍັງເປັນສີ່ງກັງວົນຊຶ່ງພາໃຫ້ ຊັກຊ້າໃນການສະເໜີແລະນຳໃຊ້ການບໍລິການດີຈີຕອນ ແລະ ການໃຊ້ ອັບພລີເຄຊັນຕ່າງໆ. •• ຄວາມສາມາດ ແລະ ຄວາມຊ່ຽວຊານໃນການຄຸ້ມຄອງແມ່ນເພີ່ມຂື້ນ ແຕ່ວ່າກໍ່ຍັງຂ້ອນຂ້າງຕ່ຳຫລາຍ ຊື່ງພາໃຫ້ຈຳກັດໃນການຂະຫຍາຍຕະຫລາດ ແລະ ການລົງທຶນຂອງການບໍລິການ. 2 ອາຊຽນ ກຳປູເຈ້ຍ ສປປ ລາວ ມຽນມ້າ ຫວຽດນາມ ມີຄວາມຈຳເປັນຕ້ອງເລັ່ງ ສັນຍານໂທລະສັບມືຖືແບບພື້ນຖານຍັງຈຳກັດ ການບໍລິການມືຖື ແລະ 150 ອັກຕາການໃຊ້ຕໍ່ ປະຊາກອນ 100 ຄົນ ອີນເຕີເນັດຄວາມໄວ ສູງປະຈຳທີ່ 100 ຕົວຊີ້ວັດການເຂົ້າເຖິງທີ່ເປັນມາດຕາຖານສາກົນສະ 50 ແດງໃຫ້ເຫັນວ່າ ສປປ ລາວ ຍັງຕາມຫລັງຫລາຍປະ ເທດໃນພາກພື້ນເອເຊຍປາຊີຟິກໃນດ້ານອັດຕາປົກ ຄຸມສັນຍາມືຖື, ຈຳນວນຜູ້ໃຊ້ສັນຍານມືຖື (3G/4G), 0 ການເຂົ້າເຖິງສັນຍານຄວາມໄວສູງ ແລະ ສັນຍານຄື້ນ 1995 2000 2005 2010 2015 ຄວາມຖີ່ສາກົນຕໍ່ຜູ້ໃຊ້. ສັນຍານອິນເຕິເນັດຄວາມໄວສູງຜ່ານມືຖືຍັງຈຳກັດ 50 40 ເປີເຊັນຂອງປະຊາກອນ 30 20 10 0 1995 2000 2005 2010 2015 ້ ກັບທີຍັ ສັນຍານອິນເຕິເນັດຄວາມໄວສູງແບບຕິດຕັງ ່ ງຈຳກັດ ສປປ ລາວ ຢູໃ ່ ນທ່ວງທ່າ 10 ່ ເ ທີດ ່ ໃຊ້ຈດ ີ ພືອ ຸ ດີຂອງ ອັກຕາການໃຊ້ຕໍ່ ປະຊາກອນ 100 ຄົນ 8 ແນວໂນ້ມເຫລົາ ້ ພືອ ່ ນີເ ່ 6 ປັບປຸງການເຕີບໂຕ, ການ ແຂ່ງຂັນ ແລະ ການໃຫ້ບໍ 4 ລິການ. 2 0 1995 2000 2005 2010 2015 3 ລາຄາສຳລັບອິນເຕີເນັດເຄື່ອນທີ່ ແລະ ແບບຕິດຕັ້ງບໍ່ເຄື່ອນທີ່ແມ່ນຍັງສູງ ແລະ ເກືອບວ່າບໍ່ສາມາດຈ່າຍໄດ້ ຂໍ້ມູນຫລ້າສຸດກ່ຽວກັບການເຂົ້າເຖິງການບໍລິການ ເຊິ່ງໄດ້ຂໍ້ມູນມາຈາກສະຫະພັນໂທລະຄົມມະນາຄົມ ສາກົນ (2017) ໄດ້ສະແດງໃຫ້ເຫັນວ່າ ລາຄາອິນເຕີເນັດຄວາມໄວສູງແບບເຄື່ອນທີ່ໄດ້ ໃນສປປ ລາວ ແມ່ນຢູ່ຕ່ຳກວ່າພຽງໜ້ອຍດຽວ ຖ້າທຽບໃສ່ລາຄາສະເລັ່ຍຂອງປະເທດຕ່າງໆໃນເອເຊຍປາຊີຟິກ (4.2% ຂອງ GNI ຕໍ່ຫົວຄົນສຳລັບ 1 GB, ສົມທຽບໃສ່ 5.4% ສຳລັບພາກພື້ນເອເຊຍປາຊີຟິກ), ແຕ່ວ່າ ລາຄາອິນເຕີເນັດຄວາມໄວສູງແບບຕິດຕັ້ງບໍ່ເຄື່ອນທີ່ແມ່ນສູງກວ່າຢ່າງເປັນທີ່ສັງເກດເມື່ອທຽບໃສ່ບັນ ດາປະເທດໃກ້ຄຽງ ( 16.5% ຂອງ GNI ຕໍ່ຫົວຄົນສຳລັບ ສປປ ລາວ, ທຽບໃສ່ 14.5% ຂອງ GNI ສຳລັບເອເຊຍປາຊີຟິກ). ກ່ຽວກັບລາຄາຂອງອິນເຕີເນັດຄວາມໄວສູງ ໂດຍອີງຕາມການສຳຫລວດບໍ່ ດົນມານີ້ ໃນ 196 ປະເທດ ເຫັນວ່າ ສປປ ລາວ ຖືກຈັດຢູ່ໃນອັນດັບທີ່ 192 ທີ່ມີຄາອິນເຕີເນັດແພງທີ່ ສຸດຕໍ່ເດືອນ ເຊິ່ງຢູ່ທີ່ 231.76 US$. ໂດຍອີງຕາມການສົມທຽບລາຄາອິນເຕີເນັດຢູ່ກຳປູເຈຍ ແມ່ນ 52.89 US$, ຫວຽດນາມ 62.86 US$ ແລະ ມຽນມາ 76.76 US$. ລາຄາທີ່ຂ້ອນຂ້າງສູງດັ່ງກ່າວໄດ້ພາໃຫ້ອັດຕາການຊົມໃຊ້ການບໍລິການທາງດີຈີຕອນຊັກຊ້າລົງ. ອັດຕາການຊົມໃຊ້ໂທ ລະສັບມືຖືໃນ ສປປ ລາວ ແມ່ນຢູ່ປະມານ 87 ເປີເຊັນ, ອິນເຕີເນັດຄວາມໄວສູງ ແບບເຄື່ອນທີ່ປະມານ 35 ເປີເຊັນ ແລະ ອິນເຕີເນັດຄວາມໄວສູງແບບຕິດຕັ້ງບໍ່ເຄື່ອນທີ່ປະມານ 3 ເປີເຊັນ, ເຊິ່ງທັງໝົດນີ້ແມ່ນຕ່ຳກວ່າບັນດາປະເທດໃກ້ຄຽງ. ຜົນການດຳເນີນງານກ່ຽວກັບການສື່ສານ ຜ່ານດີຈີຕອນ ຂອງສປປ ລາວ ທີ່ຢູ່ໃນລະດັບຕ່ຳຢູ່ນັ້ນ ໄດ້ພາໃຫ້ມີການຈັດລຳດັບຕ່ຳ ເມື່ອທຽບໃສ່ບັນ ດາຕົວຊີ້ວັດ ການພັດທະນາທາງດີຈີຕອນ. ກອງປະຊຸມເສດຖະກິດໂລກ (WEF) 2017 ມີບົດລາຍ ງານສະແດງໃຫ້ເຫັນວ່າ ສປປ ລາວ ຍັງຕາມຫລັງບັນດາປະເທດໃກ້ຄຽງຢູ່. ການເພີ່ມຂຶ້ນ ຂອງການ ເຂົ້າເຖິງການບໍລິການ ທີ່ມີຄຸນນະພາບສູງ, ມີລາຄາຕ່ຳ ແລະ ຄວາມໄວສູງ ຍັງເປັນສິ່ງທີ່ຈຳເປັນ ເພື່ອສະໜັບສະໜູນໄລຍະຕໍ່ໜ້າ ໃນການພັດທະນາທາງດີຈີຕອນໃນ ສປປ ລາວ ແລະ ເພື່ອສະ ໜັບສະໜູນການປັບປຸງດ້ານຕ່າງໆໃນການແຂ່ງຂັນໃນທົ່ວໂລກ. 4 2017 ດັດຊະນີການແຂ່ງຂັນທາງເສດຖະກິດໃນໂລກທີ່ສົມທຽບກັນພາຍໃນພາກພຶ້ນ1 ສປປ ລາວ ກຳປູເຈ້ຍ ຫວຽດນາມ ໄທ ມາເລເຊຍ ອິນໂດເຊຍ ຟິລິປິນ 9th ອັນດັບຄວາມພ້ອມດ້ານເຕັກໂນໂລຢີ 3 3.4 4 4.5 4.9 3.9 3.8 ອັນດັບ 110 97 79 61 46 80 83 9.01 ອັນດັບໃນການໃຊ້ເຕັກໂນໂລຢີຫລ້າສຸດ 3.9 4.3 4.0 4.9 5.5 4.8 4.6 ອັນດັບ 113 93 112 56 35 67 73 9.02 ອັບດັບໃນການຮັບເອົາເຕັກໂນໂລຢີໃນລະດັບທີ່ແນ່ນອນ 4.1 4.2 4.2 4.9 5.4 5.0 4.7 ອັນດັບ 102 90 93 42 17 39 51 9.03 ອັບດັບຂອງ FDI ແລະ ການຖ່າຍທອດເຕັກໂນໂລຢີ 4.1 4.6 4.1 4.8 5.4 4.7 4.5 ອັນດັບ 88 54 89 40 13 44 63 9.04 ອັບດັບຂອງເປີເຊັນຂອງປະຊາກອນທີ່ໃຊ້ອິນເຕີເນັດ 21.9 25.6 46.5 47.5 78.8 25.4 55.5 ອັນດັບ 116 107 87 86 32 109 74 ອັບດັບໃນການໃຊ້ອິນເຕີເນັດຄວາມໄວສູງແບບຕິດຕັ້ງກັບທີ່ 9.05  0.3 0.6 9.9 10.7 8.7 1.9 5.5 ຕໍ່ປະຊາກອນ 100 ຄົນ ອັນດັບ 114 111 72 69 75 103 87 9.06 ອັບດັບໃນການໃຊ້ອິນເຕີເນັດ bandwidth kb/s/ຜູ້ໃຊ້ 17.5 23.6 91.3 49.2 42.6 24.9 43.4 ອັນດັບ 99 92 47 75 79 90 78 ອັບດັບໃນການໃຊ້ອິນເຕີເນັດຄວາມໄວສູງຜ່ານມືຖືຕໍ່ປະຊາກອນ 9.07  34.7 50.2 46.6 94.7 91.7 67.3 46.3 100 ຄົນ ອັນດັບ 99 81 88 24 26 56 89 ັ ປຸງຄຸນນະພາບຂອງການບໍລກ ຄວາມຈຳເປັນຕ້ອງໄດ້ປບ ິ ານ ເພື່ອສະໜັບສະໜູນອັບພລີເຄຊັນທາງດີຈີຕອນຕ່າງໆ ຄຸນນະພາບຂອງການບໍລກ ້ ຄອງໂດຍເຈົ້າໜ້າທີ່ຮບ ິ ານ (QoS) ມີການຄຸມ ັ ຜິດຊອບທາງດ້ານລະບຽບຫລັກການ, ແຕ່ວ່າ ບໍ່ມີບົດລາຍງານເປີດເຜີຍອອກສູ່ປະຊາຊົນ ເຊິ່ງເຮັດໃຫ້ມີຄວາມຈຳກັດທີ່ຈະໄດ້ຮັບຂໍ້ມູນເປັນທາງ ການກ່ຽວກັບ QoS. ຢ່າງໃດກໍຕາມ ອັບພລີເຄຊັນ Open Signal Map ສະໜອງແຫລ່ງຂໍ້ມູນໃຫ້ປະຊາ ຊົນທົ່ວໄປກ່ຽວກັບຄວາມໄວການນຳໃຊ້ການບໍລິການ ໃນຫລາຍປະເທດ ທີ່ໄດ້ສະແດງໃຫ້ເຫັນວ່າອັດ ຕາສະເລັ່ຍຂອງການໃຊ້ອິນເຕີເນັດ 2G/3G ຜ່ານບໍລິສັດບໍລິການສັນຍານມືຖືຢູ່ໃນ ສປປ ລາວ ແມ່ນ ຢູ່ໃນລະດັບຕ່ຳ ໂດຍຢູ່ທີ່ 0.9-4.4 Mbps, ເມື່ອສົມທຽບໃສ່ລະດັບຂອງພາກພື້ນ ເຊິ່ງມີຢູ່ໃນລະດັບ 2.5-8.5 Mbps. ໃນຂະນະທີ່ອັດຕາສະເລັ່ຍຂອງການໃຊ້ອິນເຕີເນັດ 4G/LTE ກ່ານບໍລິສັດບໍລິການສັນ ຍານມືຖືໃນ ສປປ ລາວ ແມ່ນຢູ່ໃນລະດັບ 14.4 Mbps, ເຊິ່ງຢູ່ໃນລະດັບທີ່ຄ້າຍຄືກັນກັບພາກພື້ນ ເຊິ່ງແມ່ນ 4.7-23 Mbps, ຈີ່ງມີແຕ່ ສປປ ລາວ ປະເທດດຽວໃນພາກພື້ນທີ່ມີແຕ່ບໍລິສັດດຽວທີ່ໃຫ້ບໍລິການ ອິນເຕີເນັດລະດັບ 4G/LTE ຜ່ານສັນຍານໂທລະສັບມືຖື. ການເຂົ້າເຖິງ ການບໍລິການ 4G/LTE ແມ່ນຍັງ ຕ່ຳຫລາຍເມື່ອສົມທຽບໃສ່ປະເທດອື່ນໆໃນພາກພື້ນດຽວກັນ ເຊິ່ງເປັນສາເຫດຂອງຄວາມຊັກຊ້າຕາມ ຫລັງຜູ້ອື່ນ. Ookla Speedtest ເຊິ່ງແມ່ນແຫລ່ງຂໍ້ມູນທີ່ມີໃຫ້ສາທາລະນະທົ່ວໄປ ກ່ຽວກັບຄວາມໄວຂອງ ອິນເຕີເນັດໃນຫລາຍປະເທດ ໄດ້ຊີ້ໃຫ້ເຫັນວ່າຄວາມໄວອິນເຕີຄວາມໄວສູງແບບຕິດຕັ້ງບໍ່ເຄື່ອນທີ່ຂອງ ສປປ ລາວ ແມ່ນຍັງຕ່ຳກວ່າຜູ້ອື່ນຫລາຍ ເມື່ອທຽບໃສ່ຫລາຍປະເທດ ຊື່ງຢູ່ ສປປ ລາວ ແມ່ນປະມານ 8.7 Mbps, ເມື່ອສົມທຽບໃສ່ 10.9 Mbps ຢູ່ກຳປູເຈຍ ແລະ 24.2 Mbps ຢູ່ຫວຽດນາມ.  orld Economic Forum, The Global Competitiveness Report 2017–2018: http://www3.weforum.org/ 1 W docs/GCR2017-2018/05FullReport/TheGlobalCompetitivenessReport2017%E2%80%932018.pdf 5 ບມີ ອິນເ�ີເ�ັດ ລອງເ�ອມຕທາງນ: ກວດເ�ງສາຍເ�ອມຕເ�ັດເ�ີກ, ໂ�ເ�ມ, ແ�ະ ຣາວເ� ເ�ອມຕອີກຄ�ງ ກ�ບ ວາຍຟາຍ ERR_INTERNET_DISCONNECTED ທັດສະນະ ແລະ ປະສົບການ ຂອງລູກຄ້າໃນການໃຊ້ ບໍລິການໄດ້ສະ ແດງໃຫ້ເຫັນຄວາມບໍ່ພໍໃຈຫລາຍສົມຄວນ ໃນການຊອກຫາຂໍ້ມູນເພື່ອເປັນບ່ອນອີງສຳລັບ ຈຸດທຽບຖານດ້ານລາຄາ ແລະ ຄຸນນະພາບຂອງການ ບໍລິການ, ທະນາຄານໂລກ ໄດ້ເຮັດການສຳຫລວດຄັ້ງໜຶ່ງ (SurveyMONKEY, ເຊິ່ງເອົາອອກທາງ Facbook) ໃນລະຫວ່າງເດືອນກຸມພາ ຫາ ເດືອນເມສາ 2018 ເພື່ອຊອກຫາທາງເລືອກຕ່າງໆກ່ຽວກັບ ການປັບປຸງຄຸນນະພາບ ແລະ ລາຄາຂອງການບໍລິການອິນເຕີເນັດ. ໃນຈຳນວນທັງໝົດ 1,177 ຄົນ ທີ່ໃຫ້ຄຳຕອບໃສ່ແບບຟອມສຳຫລວດ ສາມາດເວົ້າໄດ້ວ່າພວກເຂົາແມ່ນຕົວແທນຈຳນວນຂ້ອນຂ້າງ ຫລາຍຂອງຜູ້ທີ່ໃຊ້ການສື່ສານຜ່ານທາງດີຈີຕອນໃນທົ່ວປະເທດ. ໂດຍທົ່ວໄປຜູ້ຕອບຄຳຖາມໄດ້ໃຫ້ ຂໍ້ມູນດັ່ງຕໍ່ໄປນີ້: 65% 85% 55% ຂອງຜູ້ຕອບຄຳຖາມແມ່ນ ຂອງຜູ້ຕອບຄຳຖາມແມ່ນ ຂອງຜູ້ຕອບຄຳຖາມໃຊ້ ຜູ້ຢູ່ວຽງຈັນ, ສ່ວນທີ່ ຜູ້ຊົມໃຊ້ຢູ່ຄອບຄົວ, 15% 4G/LTE, 35% ໃຊ້ 3G ເຫລືອແມ່ນຢູ່ທົ່ວໄປໃນ ແມ່ນພາກທລຸະກິດ. ແລະ 10% ໃຊ້ອນ ິ ເຕີເນັດ ສປປ ລາວ. ຄວາມໄວສູງແບບຕິດຕັ້ງ ບໍ່ເຄື່ອນທີ່. ຂໍ້ມູນຕົ້ນຕໍທີ່ເກັບກຳໄດ້ຈາກການສຳຫລວດ ມີຄື: •• ິ ານແມ່ນຍັງບໍ່ເປັນທີ່ໄວ້ວາງໃຈຫລາຍ ຄວາມໄວອິນເຕີເນັດໂດຍທົ່ວໄປແມ່ນຍັງຕ່ຳ ແລະ ການບໍລກ ໂດຍສະເພາະແມ່ນຢູ່ນອກ ຕົວເມືອງວຽງຈັນ. •• ໂດຍທົ່ວໄປຜູ້ໃຊ້ບໍ່ມີຄວາມຄາດຫວັງສູງຕໍ່ຄຸນນະພາບຂອງການບໍລິການ. 6 •• ທັດສະນະຂອງຜູ້ຊົມໃຊ້ແມ່ນຍັງຕ່ຳກ່ຽວກັບຄຸນຄ່າ ຂອງເງີນທີ່ຈ່າຍ, ແຕ່ວ່າກໍບໍ່ຢາກຈ່າຍຫລາຍຕື່ມອີກ ເພື່ອໃຫ້ໄດ້ການບໍລິການທີ່ດີກວ່າເກົ່າ ເຊິ່ງອາດເປັນຍ້ອນທັດສະນະຄວາມຄິດທີ່ວ່າ ເຖິງວ່າຈະຈ່າຍ ເພີ່ມອີກກໍຕາມ ກໍຈະບໍ່ໄດ້ຮັບຄຸນນະພາບທີ່ດີຂຶ້ນ. •• ້ ມ ໂດຍທົ່ວໄປຜູຊ ົ ໃຊ້ບປ ໍ່ ຽ ່ ນບໍລສ ິ ດ ິ ານ ດ້ວຍເຫດຜົນດ້ານຄ່າໃຊ້ຈາ ັ ບໍລກ ່ ຍ (ບໍ່ເອົາເບີ້ໂທຍ້າຍໄປນຳໄດ້). •• ພາກສ່ວນລັດຖະບານ ມີຄວາມຕ້ອງການເຮັດວຽກຜ່ານທາງອອນລາຍ ເຊິ່ງສະແດງໃຫ້ເຫັນວ່າມີຄວາມ ຕ້ອງການເພີ່ມຂຶ້ນໃນການຊົມໃຊ້ພາຍໃນປະເທດ. ການສຳຫລວດຜູ້ຊົມໃຊ້ໄດ້ສະແດງໃຫ້ເຫັນວ່າຍັງມີຄວາມບໍ່ພໍໃຈຂ້ອນຂ້າງຫລາຍກ່ຽວກັບຄຸນນະພາບ ແລະ ຄວາມສາມາດໃນການຈັບຈ່າຍໄດ້ສຳລັບການບໍລິການອິນເຕີເນັດ ເຊິ່ງບໍ່ພຽງແຕ່ໃນເຂດຊົນນະບົດ ເທົ່ານັ້ນ ແຕ່ກໍ່ມີບັນຫານີ້ຢູ່ໃນຕົວເມືອງໃຫຍ່ເຊັ່ນກັນ. •• “ອິນເຕີເນັດຊ້າກວ່າໂຕເຕົ່າຍ່າງ” •• “ອັດຕາການຊົມໃຊ້ການບໍລິການແມ່ນບໍ່ໂປ່ງໃສ່” (ປົກກະຕິຜູ້ໃຊ້ຈ່າຍລ່ວງໜ້າ 10,000 ກີບ ແລະ ເວົ້າວ່າ ລາຄາທີ່ໄດ້ຈ່າຍລ່ວງໜ້ານັ້ນແມ່ນໃຊ້ໝົດໄວຫລາຍ). •• ຸ ນະພາບເທົ່າກັບ 2G ແລະ ຄວາມໄວແມ່ນ 0.5 Mbps ຫລື ຕ່ຳກວ່ານັ້ນ. ມີການເອົາປຽບລູກຄ້າ” “4G ມີຄນ •• “ທຸກເຄືອຂ່າຍແມ່ນຊ້າ ແລະ ລາຄາແພງ. ຢູ່ບາງບ່ອນເຫັນຂໍ້ມູນຜູ້ຕິດຕໍ່. ໂດຍທົ່ວໄປຢູ່ຫ້າງຮ້ານ ຕ່າງໆບໍ່ມີ WIFI. ມີຄວາມຈຳເປັນທີ່ຕ້ອງປັບປຸງເພື່ອໃຫ້ຢູ່ໃນລະດັບດຽວກັນຂອງບັນດາປະເທດ ເພື່ອນບ້ານ”. •• “4G ຄ້າຍຄືກັບ 3G; ຄຸນນະພາບບໍ່ສົມລາຄາ; ສັນຍານຕົກ; ຊ້າຫລາຍ; ການບໍລິການບໍ່ມີກວ້າງຂວາງ ແລະ ບໍ່ກວມເອົາທຸກພື້ນທີ່ຂອງປະເທດ”. ການປັບປຸງຄວາມສາມາດເພື່ອໃຫ້ຄົນຈັບຈ່າຍໄດ້ ແລະ ຄຸນນະພາບຂອງການບໍລິການຢູ່ໃນບັນດາເຂດ ຕົວເມືອງ ແລະ ຊົນນະບົດແມ່ນສີ່ງທີ່ຈຳເປັນເພື່ອພັກດັນການບໍລິການທາງດີຈີຕອນ ແລະ ສົ່ງເສີມການ ພັດທະນາທາງດີຈີຕອນໃຫ້ກວ້າງຂວາງ. ຕ້ອງແກ້ໄຂບັນຫາການຄຸ້ມຄອງ ແລະ ການປົກປ້ອງຜູ້ຊົມ ໃຊ້ຢ່າງຮີບດ່ວນ ເພື່ອເພີ່ມຄວາມຈູງໃຈໃນການລົງທຶນ ແລະ ໃຫ້ຜູ້ຊົມໃຊ້ມີຄວາມສະດວກແລະໄດ້ຮັບ ການບໍລິການທີ່ມີຄຸນນະພາບດີທີ່ບັນດາບໍລິສັດບໍລິການໄດ້ຮັບປາກໄວ້. ລາຍລະອຽດຂອງຜົນການສຳ ຫລວດມີຢູ່ໃນເອກະສານຊ້ອນທ້າຍ 1. 7 ມີຄວາມຈຳເປັນຕ້ອງປະຕິຮູບນິຕິກຳ ແລະ ລະບຽບການຄຸ້ມຄອງເພື່ອສົ່ງ ເສີມການລົງທຶນ ແລະ ປົກປ້ອງຜູ້ຊົມໃຊ້ ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງຫລວງຫລາຍໃນຊຸມປີບໍ່ດົນຜ່ານມາ ໂດຍສະເພາະແມ່ນຄວາມ ພະຍາຍາມໃນການປະຕິບັດຕາມພັນທະທີ່ມີຢູ່ໃນເອກະສານການອ້າງອີງກ່ຽວກັບການບໍລິການໂທລະ ຄົມມະນາຄົມ ຂອງອົງການ ການຄ້າໂລກ. ໄດ້ສ້າງຕັ້ງກົມຄຸ້ມຄອງຂຶ້ນຢູ່ພາຍໃນກະຊວງໄປສະນີ ແລະ ໂທລະຄົມມະນາຄົມ. ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕໍ່ຕ້ານອາຊະຍາກຳທາງຄອມພິວເຕີໄດ້ ຮັບການອະນຸມັດໃນປີ 2016. ບັນດານິຕິກຳລຸ່ມກົດໝາຍອື່ນໆ ລວມທັງນິຕິກຳກ່ຽວກັບການເຊື່ອມ ຕໍ່ລະຫວ່າງເຄື່ອຂ່າຍ, ການແຂ່ງຂັນ ແລະ ການອອກອະນຸຍາດກໍໄດ້ຮັບການຮັບຮອງເຊັ່ນກັນ. ປະຈຸບນ ້ ງເອົາໃຈໃສ່ການຈັດຕັ້ງປະຕິບດ ັ ມີຄວາມຈຳເປັນຢ່າງຮີບດ່ວນທີ່ຕອ ິ ຳ ແລະ ລະບຽບ ັ ກອບນິຕກ ການທີ່ເອື້ອອຳນວຍໃຫ້ແກ່ວຽກງານໂທລະຄົມມະນາຄົມ ແລະ ເພື່ອສ້າງຄວາມສາມາດຢູ່ພາຍໃນກົມ ໃໝ່ທີ່ເຮັດການຄຸ້ມຄອງວຽກງານໂທລະຄົມມະນາຄົມ. ວຽກອື່ນໆກໍຍັງມີຄວາມຈຳເປັນ ເຊັ່ນກັນເພື່ອ ພັດທະນາ ແລະ ຈັດຕັ້ງປະຕິບັດບັນດາລະບຽບຫລັກການກ່ຽວກັບກັບປະເດັນຕ່າງໆ ເຊັ່ນ ການເຂົ້າ ເຖິງລາຄາຂາຍຍົກ ແລະ ການໃຊ້ພື້ນຖານໂຄງລ່າງຮ່ວມກັນ, ການຍ້າຍເບິ້ໂທໄດ້ເວລາປ່ຽນບໍລິສັດ, ການຣຸມມິງ, ການປົກປ້ອງຜູ້ຊົມໃຊ້ ແລະ ຄຸນນະພາບຂອງການບໍລິການ. 8 ປະເດັນທີ່ຮີບດ່ວນອີກອັນໜຶ່ງ ແມ່ນຄວາມເໝາະສົມຂອງລາຄາຕ່ຳສຸດສຳລັບຄ່າໂທລະສັບ ແລະ ຄ່າອິນ ເຕີເນັດ ແລະ ຕ້ອງໄດ້ສຶກສາເບິ່ງວ່າມັນຈະມີຜົນກະທົບທາງລົບ ຫລື ບໍ່ຕໍ່ການແຂ່ງຂັນ ລະຫວ່າງບັນ ດາບໍລິສັດບໍລິການ. ການກຳນົດລາຄາຕ່ຳສຸດຕ້ອງສຸມໃສ່ “ຄວາມເທົ່າທຽມກັນ, ຄວາມຍຸຕິທຳ ແລະ ຫລັກການໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ສະໜອງການບໍລິການ”, ແຕ່ວ່າຍັງມີຄວາມຈຳ ເປັນຍັງຕ້ອງເຮັດການວິເຄາະເພີ່ມເພື່ອໃຫ້ຮູ້ວ່າການກຳນົດລາຄານີ້ມີຜົນກະທົບຄືແນວໃດຕໍ່ຄວາມສາມາດ ຂອງບັນດາບໍລິສັດບໍລິການ ໃນການສ້າງຄວາມແຕກຕ່າງໃຫ້ແກ່ພວກເຂົາເອງດ້ານການຕະຫລາດ ໂດຍອີງໃສ່ລາຄາ ແລະ ຄຸນນະພາບຂອງການບໍລິການ. ຜົນກະທົບຂອງ ການກຳນົດລາຄາຕ່ຳສຸດຕໍ່ກັບ ປັດໃຈສົ່ງເສີມການລົງທຶນສຳລັບບັນດາບໍລິສັດບໍລິການເພື່ອຂະຫຍາຍພື້ນທີ່ໄປຍັງບັນດາເຂດໃໝ່ ແລະ ເພື່ອນຳໃຊ້ການບໍລິການແບບໃໝ່ໆ ຊື່ງລ້ວນແຕ່ເປັນສິ່ງທີ່ຕ້ອງໄດ້ພິຈາລະນາເຊັ່ນກັນ. ຕະຫລາດໃນປະ ຈຸບັນມີສາມບໍລິສັດສາກົນທີ່ມີເປັນວິສາຫະກິດປະສົມຮ່ວມກັບບັນດາຜູ້ໃຫ້ບໍລິການຢູ່ພາຍໃນປະເທດ ເຊິ່ງອາດເປັນໄປໄດ້ທີ່ຈະພາໃຫ້ມີຄວາມກົດດັນຕໍ່ຜູ້ຄຸ້ມຄອງລະບຽບການໃນດ້ານການນຳໃຊ້ບັນດານິຕິກຳ ສຳລັບການຄຸມ ້ ຄອງການດຳເນີນງານທີ່ມຢ ູ່ ນປັດຈຸບນ ີ ໃ ັ (ເຊັ່ນ ໃນດ້ານການອອກໃບອະນຸຍາດ, ການແຂ່ງຂັນ, ການເຊື່ອມຕໍ່ລະຫວ່າງເຄືອຂ່າຍ) ແລະ ການພັດທະນາລະບຽບການໃໝ່ (ເຊັ່ນ ການເຂົ້າເຖິງລາຄາ ຂາຍຍ່ອຍ, ການໃຊ້ພື້ນຖານໂຄງລ່າງຮ່ວມກັນ, ຄຸນນະພາບຂອງການບໍລິການ, ການແກ້ໄຂບັນຫາ ຂອງລູກຄ້າ, ແລະ ອື່ນໆ. ຍັງມີຄວາມຈຳເປັນທີ່ຕ້ອງໄດ້ໃຫ້ການສະໜັບສະໜູນໃນການສ້າງຄວາມສາມາດ ແລະ ການພັດທະນາຄວາມສາມາດດ້ານການຄຸມ ້ ຄອງລະບຽບການເພື່ອປັບປຸງສະພາບແວດລ້ອມຂອງການ ລົງທຶນ ແລະ ເພື່ອເຮັດໃຫ້ຂະແໜງການນີ້ມີຜົນໄດ້ຮັບດີຂືຶ້ນ. ເງື່ອນໄຂເອື້ອອຳນວຍທາງດ້ານກົດໝາຍ ແລະ ລະບຽບການທີ່ກວ້າງຂວາງສຳລັບການຄ້າຜ່ານທາງດີຈຕ ິ ອນ ແມ່ນຍັງບໍ່ທັນໄດ້ຮັບການພັດທະນາຫລາຍເທື່ອ. ໃນຂະນະທີ່ເງື່ອນໄຂທາງດ້ານລະບຽບການມີບາງອົງປະ ກອບທີ່ຈຳເປັນເພື່ອສະໜັບສະໜູນການເຂົ້າຮ່ວມຢ່າງກວ້າງຂວາງຢູ່ໃນການຄ້າທາງອີເລັກໂຕຣນິກ, ແລະ ໃນດ້ານອື່ນໆກໍມີຄວາມຈຳເປັນຕ້ອງໄດ້ປັບປຸງ.2 ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ໄດ້ຖືກຮັບຮອງ ໃນປີ 2010, ແຕ່ວ່າບໍ່ໄດ້ກວມເອົາການຄ້າທາງອີເລັກໂຕຣນິກ. ກົດໝາຍວ່າດ້ວຍທຸລະກຳຜ່ານອີເລັກໂຕຣ ນິກໄດ້ຖືກຮັບຮອງໃນປີ 2012 ແຕ່ວ່າຍັງບໍ່ໄດ້ຖືກຈັດຕັ້ງປະຕິບັດກຢ່າງເຕັມສ່ວນເທື່ອ. ການພັດທະນາ ແລະ ການຈັດຕັ້ງປະຕິບັດທາງດ້ານນິຕິກຳ ສຳລັບການປົກປ້ອງຂໍ້ມູນ ຂອງບຸກຄົນ, ການສ້າງຄວາມເຂັ້ມ ແຂງໃຫ້ແກ່ການປົກປ້ອງຜູ້ຊົມໃຊ້, ແລະ ການຈັດຕັ້ງປະຕິບັດ ລະບຽບການໃນການນຳໃຊ້ລາຍເຊັນທາງອີ ເລັກໂຕຣນິກແມ່ນປັດໃຈສຳຄັນເພື່ອປັບປຸງເງື່ອນໄຂເອື້ອອຳ ນວຍທາງດ້ານກົດໝາຍສຳລັບເສດຖະກິດທີ່ ໃຊ້ດີຈີຕອນ. For a detailed analysis, see Bartley Johns, Marcus; Hoppe, Mombert; Molinuevo, Martin; Nghard- 2 saysone, Konesawang; Daza Jaller, Lillyana Sophia. 2018. Taking Advantage of E-Commerce: Legal, Regulatory and Trade Facilitation Priorities for Lao PDR (English). Washington, D.C. : World Bank Group. http://documents.worldbank.org/curated/en/318431534860299926/Taking-Advan- tage-of-E-Commerce-Legal-Regulatory-and-Trade-Facilitation-Priorities-for-Lao-PDR 9 ຂໍ້ແນະນຳ ບົດລາຍງານການພັດທະນາຂອງໂລກ ປີ 2016 ໄດ້ກ່າວເຖິງຄວາມສຳຄັນຂອງການປະກອບສ່ວນ ຂອງອິນເຕີເນັດ ເຂົ້າໃນການເຕີບໂຕທາງເສາດຖະກິດໂດຍຜ່ານສາມຮູບແບບຄື: ການລວມເອົາໝົດ ທຸກຄົນ, ການເພີ່ມປະສິດທິພາບ, ແລະ ການສະໜັບສະໜູນນະວັດຕະກຳ. ແຕ່ຢ່າງໃດກໍຕາມ ຍັງມີ ຄວາມຮຽກຮ້ອງໃຫ້ມກ ິ ເຕີເນັດຢ່າງທົ່ວເຖິງ, ສາມາດຈັບຈ່າຍໄດ້, ເປີດກວ້າງ, ີ ານເຂົ້າເຖິງ ການນຳໃຊ້ອນ ແລະ ປອດໄພ. ສິ່ງນີ້ແມ່ນຮຽກຮ້ອງໃຫ້ປັບປຸງ “ການສະໜອງ” ອິນເຕີເນັດ ໄປຄຽງຄູ່ກັບຕ່ອງໂສ້ມູນ ຄ່າຈາກການໃຊ້ການບໍລິການສຳລັບຜູ້ຊົມໃຊ້ສຸດທ້າຍ. ສິ່ງນີ້ສາມາດບັນລຸໄດ້ໂດຍການນຳໃຊ້ເຕັກ ໂນໂລຊີໃໝ່, ນະໂຍບາຍການແຂ່ງຂັນ, ການເປັນຄູ່ຮ່ວມງານລະຫວ່າງລັດ ແລະ ເອກະຊົນ, ແລະ ລະບຽບການຄຸ້ມຄອງທີ່ມີປະສິດທິຜົນ. WDI ຍັງເນັ້ນໃສ່ຄວາມຈຳເປັນທີ່ຈະຕ້ອງປັບປຸງນະໂຍບາຍທີ່ ມີຜົນກະທົບຕໍ່ຄວາມຕ້ອງການຊົມໃຊ້ອິນເຕີເນັດ ເຊິ່ງປະກອບດ້ວຍການແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງ ກັບຄວາມປອດໄພທາງດ້ານຄອມພິວເຕີ, ຄວາມເປັນສ່ວນຕົວ, ການກັ່ນກອງເນື້ອໃນ ແລະ ການຄຸ້ມ ຄອງການນຳໃຊ້ອິນເຕີເນັດໂດຍທົ່ວໄປ. ສຳລັບ ສປປ ລາວ ບັນທັດຖານສາກົນ ແລະ ຜົນການສຳຫລວດແມ່ນເນັ້ນໃສ່ຄວາມຈຳເປັນທີ່ຮີບດ່ວນ ເພື່ອປັບປຸງການເຂົ້າເຖິງ, ຄຸນນະພາບ ແລະ ຄວາມສາມາດໃນການຈັບຈ່າຍໄດ້ ສຳລັບການບໍລິການ ອິນເຕີເນັດແບບຕິດຕັ້ງບໍ່ເຄື່ອນທີ່ ແລະ ແບບເຄື່ອນທີ່. ສິ່ງນີ້ຈະຮຽກຮ້ອງໃຫ້ມີການປະສົມປະສານກັນ ທາງດ້ານນະໂຍບາຍ, ການປະຕິຮູບກົດໝາຍ ແລະ ລະບຽບການ ໂດຍພາກສ່ວນລັດຖະບານ ເພື່ອ ກະຕຸ້ນການລົງທຶນເຂົ້າໃນຂະແໜງການນີ້ ໃນດ້ານພື້ນຖານໂຄງລ່າງທີ່ຈຳເປັນເພື່ອສະໜອງການບໍ ລິການດີຈີຕອນຢູ່ໃນຍຸກໃໝ່. ມີຄວາມຈຳເປັນທີ່ຕ້ອງໄດ້ເພີ່ມການມີສ່ວນຮ່ວມຂອງພາກເອກະຊົນ ແລະ ການສະໜັບສະໜູນດ້ານການເງິນໃນການປະຕິບັດຍຸດທະສາດ ຂອງຂະແໜງການ ຂອງລັດ ເພື່ອສະໜັບສະໜູນການລົງທຶນຢູ່ໃນບັນດາພື້ນທີ່ຂອງປະເທດ ທີ່ມີຜົນທາງກຳໄລໜ້ອຍ, ຕົວຢ່າງ ູ ແບບການຮ່ວມມືລດ ການໃຊ້ຮບ ັ ແລະ ເອກະຊົນ (PPP). ການສະໜັບສະໜູນໃຫ້ແກ່ການສ້າງຄວາມ ສາມາດ ແລະ ການພັດທະນາຄວາມສາມາດທາງດ້ານການຄຸ້ມຄອງກໍ່ສຳຄັນເຊັ່ນກັນເພື່ອປັບປຸງແວດ ລ້ອມການລົງທຶນ ແລະ ເພື່ອ ຮັບປະກັນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ. 10 ຫລຸດຜ່ອນຄ່າໃຊ້ຈ່າຍດຳເນີນງານ ຫລຸດຜ່ອນອຸປະສັກໃນການເຂົ້າເຖິງ ຫລຸດຜ່ອນການໃຊ້ຊັບພະຍາກອນ ແລະ ຕົ້ນທຶນ ແລະ ການນຳໃຊ້ຊັບ ແລະ ເພີ່ມການແຂ່ງຂັນ ແບບຊ້ຳຊ້ອນ ສິນທີ່ເປັນຕົ້ນທຶນ ຂະຫຍາຍຕານ່າງ ຫລຸດຜ່ອນຜົນກະທົບດ້ານວັດຖຸ ຫລຸດຜ່ອນຄ່າບໍລິການ ແລະອັດຕາປົກຄຸມ ແລະ ດ້ານສີ່ງແວດລ້ອມ ເພີ່ມການນຳໃຊ້ ແລະ ຜົນປະໂຫຍດດ້ານເສດຖະກິດ ການເຊື່ອມຕໍ່ເຄືອຂ່າຍ ແລະ ດ້ານສັງຄົມ ລັດຖະບານ ສປປ ລາວ, ໂດຍຜ່ານກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ປະກາດນຳໃຊ້ແຜນແມ່ ບົດດ້ານ ICT. ແຕ່ຢາງໃດກໍຕາມ ແຜນແມ່ບົດດັ່ງກ່າວບໍ່ໄດ້ກຳນົດຕົວເລກຂອງລະດັບການລົງທຶນທີ່ຕ້ອງ ການເພື່ອປັບປຸງການເຂົ້າເຖິງ, ຄວາມສາມາດຈັບຈ່າຍໄດ້ ແລະ ຄຸນນະພາບຂອງພື້ນຖານໂຄງລ່າງດ້ານດີຈີ ຕອນ. ເພື່ອເຮັດໃຫ້ແຜນແມ່ບົດດັ່ງກ່າວມີປະສິດດທິຜົນ ແມ່ນມີຄວາມຈຳເປັນທີ່ຕ້ອງໄດ້ກຳນົດເປົ້າໝາຍ ການປະຕິບດ ັ ສະເພາະດ້ານຕ່າງໆ ແລະ ຮູບແບບວິທກີ ານຕິດຕາມ ແລະ ການປະເມີນຜົນ, ການກຳນົດຂອບ ເຂດເວລາທີ່ຈະແຈ້ງກວ່າເກົ່າ ແລະ ການມອບຄວາມຮັບຜິດຊອບ. ໂດຍຜ່ານການປຶກສາຫາລືກັບຂະແໜງ ການນີ້, ບາດກ້າວທຳອິດສຳລັບລັດຖະບານ ແມ່ນຕ້ອງທົບທວນຄືນຢ່າງລະອຽດກ່ຽວກັບສະພາບ ຂອງ ລະບົບຕານ່າງສາຍໄຍແກ້ວຂອງປະເທດເພື່ອຊອກຫາອຸປະສັກ, ປັບປຸງດ້ານລະບຽບການ, ດ້ານວິຊາການ ຫລື ສ້າງພື້ນຖານໂຄງລ່າງໃໝ່ທີ່ຈຳເປັນເພື່ອສະໜອງການບໍລິການ ສົ່ງຂໍ້ມູນຜ່ານລະບົບດີຈີຕອນໃຫ້ມີບໍລິ ມາດຫລາຍຂຶ້ນກວ່າເກົ່າໃນໄລຍະຊຸມປີຕໍ່ໜ້າ. ປະເດັນທີ່ສອງ ຄວນມີການທົບທວນຄືນດ້ານການເຂົ້າເຖິງເຄືອຂ່າຍເພື່ອກຳນົດພື້ນທີ່ຕ່າງໆ ທີ່ຍັງບໍ່ທັນ ໄດ້ຮັບການບໍລິການ ຫລື ຮັບການບໍລິການບໍ່ທົ່ວເຖິງ ໂດຍສະເພາະແມ່ນບັນດາເຂດຊົນນະບົດ ແລະ ເຂດຫ່າງໄກຊອກຫລີກ. ອົງປະກອບທີ່ສຳຄັນຂອງຂະບວນການທົບທວນຄືນນີ້ແມ່ນເພື່ອກຳນົດຮູບແບບ ການລົງທຶນທີ່ຄວນປະຕິບັດໄດ້ ໂດຍຜ່ານຮູບແບບ PPPs ແລະ ຜົນເນື່ອງທີ່ພົວພັນກັບເງື່ອນໄຂທາງດ້ານ ກົດໝາຍ ຫລື ລະບຽບການທີ່ມຢ ູ່ ນປັດຈຸບນ ີ ໃ ື້ ຖານໂຄງລ່າງຮ່ວມ ັ . ຄວນສຶກສາໂອກາດສຳລັບການຊົມໃຊ້ພນ ກັນ ໂດຍສະເພາະແມ່ນການຊົມໃຊ້ຮ່ວມກັນໃນດ້ານ “ພື້ນຖານໂຄງລ່າງທີ່ມີຄວາມຈຳເປັນ” ເປັນຕົ້ນແມ່ນ ຫລັກເສົາສັນຍານ, ທໍ່ສາຍ (duct), ຫລັກເສົາຕ່າງໆ, ສາຍໄຍແກ້ວມືດ, ສິດໃນການນຳໃຊ້ເສັ້ນທາງ ແລະ ວຽກງານທາງດ້ານການກໍ່ສ້າງຕ່າງໆ. ການເຮັດແບບນີ້ຈະຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍໃນການພັດທະນາ ເຄືອຂ່າຍໂທລະສັບມືຖື ແລະ ສາຍໄຍແກ້ວທີ່ໄດ້ມາດຕະຖານສຳລັບອິນເຕີເນັດ ແບບຕິດຕັ້ງບໍ່ເຄື່ອນທີ່. ການອະນຸຍາດໃຫ້ຊົມໃຊ້ “ພື້ນຖານໂຄງລ່າງຕ່າງໆຮ່ວມກັນ“ (ອຸປະກອນວິທະຍຸ) ກໍ່ເປັນສິ່ງທີ່ຕ້ອງສົ່ງເສີມ ເພື່ອອຳນວຍຄວາມສະດວກການປະຕິບັດງານໃຫ້ມີປະສິດທິພາບຕໍ່ການໃຊ້ຈ່າຍ ເຊິ່ງໃນຂະນະດຽວກັນ ກໍອະນຸຍາດໃຫ້ມີການແຂ່ງຂັນ ແລະ ການນຳໃຊ້ນະວັດຕະກຳທາງດ້ານເຕັກໂນໂລຢີ. 11 ສຳລັບພື້ນຖານໂຄງລ່າງສຳລັບອິນເຕີເນັດຄວາມໄວສູງ ແບບຕິດຕັ້ງບໍ່ເຄື່ອນທີ່ຕ້ອງລົງທຶນຂະໜາດໃຫຍ່ ເພື່ອຂະຫຍາຍເຂົ້າໃສ່ຕານ່າງແຫ່ງຊາດ ແລະ ຂະຫຍາຍສາຍໄຍແກ້ວເພື່ອໄປຍັງບັນດາເຂດທີ່ຍັງບໍ່ທັນໄດ້ ເຂົ້າເຖິງ ທີ່ຢູ່ໃກ້ຄຽງ ເພື່ອຕໍ່ອິນເຕີເນັດເຂົ້າອາຄານສະຖານທີ່ ແລະ ທີ່ຢູ່ອາໄສ (FTTx). ໂດຍປົກກະຕິແລ້ວ ມີປະມານ 70-80 ເປີເຊັນ ເປັນຢ່າງໜ້ອຍ ຂອງການລົງທຶນ ເຂົ້າໃສ່ເຄືອຂ່າຍອິນເຕີເນັດຄວາມໄວສູງ ແບບຕິດຕັ້ງບໍ່ເຄື່ອນທີ່ ແມ່ນເປັນພື້ນຖານໂຄງລ່າງທາງດ້ານວັດຖຸ. ເນື່ອງຈາກມີການລົງທຶນຂະໜາດໃຫຍ່ ເຂົ້າໃນພື້ນຖານໂຄງລ່າງ, ດັ່ງນັ້ນ ການນຳໃຊ້ພື້ນຖານໂຄງລ່າງ ຈະນຳຜົນປະໂຫຍດມາໃຫ້ບັນດາບໍລິ ສັດໃນດ້ານການຫລຸດຜ່ອນຕົ້ນທຶນ ແລະ ຄ່າໃຊ້ຈ່າຍໃນການດຳເນີນງານ ແລະ ຊ່ວຍຊຸກຍູ້ການແຂ່ງຂັນ ແລະ ສົ່ງເສີມນະວັດຕະກຳ. ມີຫລາຍນະໂຍບາຍທີ່ຈະສົ່ງເສີມການໃຊ້ພື້ນຖານໂຄງລ່າງທາງດ້ານວັດ ຖຸຮ່ວມກັນ, ການພັກດັນການນຳໃຊ້ຊັບພະຍາກອນກ່ຽວກັບອິນເຕີເນັດແບບຕິດຕັ້ງບໍ່ເຄື່ອນທີ່ ແລະ ແບບເຄື່ອນທີ່ໃຫ້ໄວຂຶ້ນ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍຂອງການນຳໃຊ້ຊັບພະຍາກອນ ເຊິ່ງໃນຂະນະດຽວ ກັນກໍມີຄວາມຮັບປະກັນການແຂ່ງຂັນໃນຕະຫລາດ. •• ິ ະສິດສຳລັບມາດຕະການຕ່າງໆດ້ານການຄຸມ ຄວນຈັດບຸລມ ້ ຄອງ ເພື່ອສະໜັບສະໜູນການພັດທະນາພື້ນ ຖານໂຄງລ່າງທາງດີຈີຕອນ ແລະ ເພື່ອປັບປຸງໃຫ້ມີການບໍລິການທີ່ດີສຳລັບຜູ້ຊົມໃຊ້, ຊື່ງປະກອບມີ: •• ການປັບປຸງຄຸນນະພາບ (ແລະ ຄວາມໂປ່ງໃສ່ໃນການຄຸມ ້ ຄອງ) ສຳລັບການລາຍງານຂອງຂະແໜງການ ນີ້ໃນດ້ານການເຂົ້າເຖິງ, ການກຳນົດລາຄາ ແລະ ຄຸນນະພາບຂອງການບໍລິການ •• ທົບທວນຄືນຄວາມສອດຄ່ອງຂອງການກຳນົດລາຄາຍ່ອຍຕ່ຳສຸດສຳລັບສັນຍານໂທລະສັບມືຖື, ການບໍລິ ການສື່ສານທາງສຽງ ແລະ ອິນເຕີເນັດ ທີ່ອາດພາໃຫ້ມີຜົນກະທົບຕໍ່ຄວາມສາມາດຂອງບັນດາ ບໍລິສັດໃນການສ້າງຄວາມແຕກຕ່າງໃຫ້ແກ່ຜະລິດຕະພັນການບໍລິການຂອງພວກເຂົາ ແລະ ການແຂ່ງ ຂັນຢູ່ໃນຕະຫລາດໂດຍອີງໃສ່ລາຄາ ແລະ ຄຸນນະພາບຂອງການບໍລິການ. •• ສົ່ງເສີມການລົງທຶນເຂົ້າໃນຕານ່າງອິນເຕີເນັດທັງພາຍໃນ ແລະ ຕ່າງປະເທດ ທີ່ເປັນພື້ນຖານໂຄງລ່າງ. •• ນຳໃຊ້ລະບຽບການຄຸ້ມຄອງລາຄາຂາຍຍ່ອຍເພື່ອສົ່ງເສີມການນຳໃຊ້ພື້ນຖານໂຄງລ່າງຮ່ວມກັນ. •• ປັບປຸງກອບນິຕິກຳສຳລັບການປົກປ້ອງຜູ້ຊົມໃຊ້ ແລະ ຄວາມເປັນສ່ວນຕົວຂອງຜູ້ຊົມໃຊ້ (ການປົກປ້ອງຂໍ້ມູນ). 12 ເອກະສານຊ້ອນທ້າຍ 1. ການສຳຫລວດຜູ້ໃຊ້ Q1. ຍ້ອນຫຍັງທ່ານຈີ່ງເລືອກໃຊ້ບໍລິສັດນີ້? 26.68% ມີໂປຣໂມຊັນ ພິເສດ 28.36% ລາຄາຖືກ (ລາຄາອິນເຕີເນັດຖືກ) 36.47% ຄວາມໄວ 25.84% ມີຄວາມເຊື່ອຖືດີ 43.56% ການປົກຄຸມຂອງສັນຍານ ເຄຶອຂ່າຍ 13.90% ການບໍລິການລູກຄ້າ ເຫດຜົນຫລັກຂອງການເລືອກບໍລິສັດໃດໜື່ງ ແມ່ນອັດຕາປົກຄຸມ ແລະ ຄວາມໄວ. ປີກາຍນີ້ທ່ານໄດ້ປ່ຽນບໍລິສັດບໍລິການ Q2.  ຖາ Q3.  ່ ນບໍລສ ້ ວ່າໄດ້ປຽ ັ ບໍລກ ິ ດ ິ ານອີນເຕີ ອິນເຕີເນັດ ບໍ່? ເນັດປີກາຍນີ້, ບໍລິສັດໃໝ່ໄດ້ໃຫ້ບໍ ປ່ຽນ 40% ລິການຄືແນວໃດ ໃນດ້ານ: ຄຳຕອບສະແດງວ່າບໍລສ ັ ບໍລກ ິ ດ ີ ນ ິ ານອິນເຕີເນັດໃໝ່ມອ ິ ເຕີເນັດໄວກວ່າແລະລາຄາຖືກກວ່າ. ອັດຕາປົກຄຸມກໍ່ ປະມານ 40% ຂອງຜູ້ ແມ່ນປະເດັນທີ່ໄດ້ເວົ້າເຖິງ ແຕ່ວ່າເຖິງແມ່ນວ່າອັດຕາ ຕອບຄຳຖາມໄດ້ປ່ຽນ ປົກຄຸມໄດ້ຄະແນນສູງທີ່ສຸດໃນເງື່ອນໄຂການປ່ຽນບໍລິ ບໍລິສັດບໍລິການອີນເຕີ ສັດແຕ່ວາ ໍ່ າໃຫ້ມອ ່ ເມື່ອປ່ຽນແລ້ວກໍ່ບພ ັ ຕາປົກຄຸມດີຂນ ີ ດ ຶ້ . ເນັດປີກາຍນີ້. ໃນສະພາບນີ້ສາມາດເວົ້າໃຫ້ເຫັນວ່າຍັງບໍ່ທັນມີລະບຽບ ການຄຸ້ມຄອງໃນການປ່ຽນບໍລິສັດສຳລັບການໃຊ້ໂທລະ ສັບມືຖື ຊື່ງການປ່ຽນເບີ້ມືຖືກໍ່ພາໃຫ້ມີຄ່າໃຊ້ຈ່າຍ ແລະ ບໍ່ໄດ້ປ່ຽນ ມີຄວາມບໍ່ສະດວກຕໍ່ຜູ້ໃຊ້. 60% ລາຄາຖືກກວ່າ 28.96% ອິນເຕີເນັດໄວກວ່າ 33.09% ມີຄວາມເຊື່ອຖືຫລາຍກວ່າ 12.31% ມີສັນຍາປົກຄຸມຫລາຍກວ່າ 23.99% ມີການບໍລິການລູກຄ້າທີ່ດີກວ່າ 11.07% ຍັງບໍ່ທັນໄດ້ປ່ຽນບໍລິສັດ 39.50% ເຄືອຂ່າຍອິນເຕີເນັດເທື່ອ 0 10 20 30 40 50 60 70 80 90 100 % 13 ເອກະສານຊ້ອນທ້າຍ 1. ການສຳຫລວດຜູ້ໃຊ້ ທ່ານຈ່າຍຄ່າອິນເຕີເນັດແຕ່ລະເດືອນຫລາຍປານໃດ (ເປັນເງິນກີບ)? Q4.   ປະເພດຄ່າໃຊ້ຈ່າຍອິນເຕີເນັດປະຈຳເດືອນ 300 250 ຈຳນວນຜູ້ໃຊ້ 200 150 100 50 0 [0,20,000] [20,000,40,000] [40,000,60,000] [60,000,80,000] [80,000,...] [100,000,...] [120,000,...] [140,000,...] [160,000,...] [180,000,...] [200,000,...] [220,000,...] [240,000,...] [260,000,...] [280,000,...] [300,000,...] [320,000,...] [340,000,...] [360,000,...] [380,000,...] [400,000,...] [420,000,...] [440,000,...] [460,000,...] [480,000,...] [500,000,...] [520,000,...] [540,000,...] [560,000,...] [580,000,...] > 600,000 ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນທຸກໆ 20.000 ກີບ ເສັ້ນສະແດງຂ້າງເທິງ ແມ່ນອີງໃສ່ຜຕ ູ້ ອບແບບສອບຖາມ ທີ່ເປັນຜູຊ ້ ມົ ໃຊ້ຈຳນວນ 1,095 ຄົນ ສະແດງໃຫ້ເຫັນຫລາຍລະ ດັບຂອງການຈ່າຍຄ່າບໍລກ ິ ານອິນເຕີເນັດ. 50,000 ກີບ (ປະມານ 6 US$) ແມ່ນທາງເລືອກທີ່ມກ ົ ໃຊ້. 100,000 ກີບ ັ ນິຍມ (ປະມານ 12 US$) ແມ່ນທາງເລືອກອັນດັບສອງ ໃນຂະນະທີ່ມີບາງຄົນຈ່າຍຄ່າບໍລິການສູງເຖິງ 300,000 ກີບ. ມີຜູ້ໃຊ້ຈຳນວນໜ້ອຍໜຶ່ງທີ່ຈ່າຍຄ່າບໍລິການສູງຫລາຍກວ່ານັ້ນ ເຊິ່ງອາດແມ່ນຄ່າບໍລິການອິນເຕີເນັດຄວາມໄວສູງ ແບບຕິດຕັ້ງບໍ່ເຄື່ອນທີ່. ການຈ່າຍ 50,000 ກີບ ຈະໄດ້ຮບ ັ ຊຸດອິນເຕີເນັດເຄື່ອນທີ່ 1.5 GB ໂດຍມີໄລຍະໃຊ້ໄດ້ ໜຶ່ງເດືອນ. ການຈ່າຍຄ່າອິນເຕີເນັດຂອງທ່ານໄດ້ເພີ່ມ Q5.   ແຕ່ລະເດືອນທ່ານຊື້ data ເທົ່າໃດ Q6.   ຂຶ້ນ ຫລື ຫລຸດລົງທຽບໃສ່ໄລຍະດຽວກັນ ສຳລັບເຄື່ອງສື່ສານເຄື່ອນທີ່ທັງໝົດ ໃນປີກາຍນີ້? (ລວມທັງມືຖື ແລະ hotspots)? ຍັງຄົງຄືເກົ່າ ເພີ່ມຂຶ້ນຫລາຍກວ່າ 10% 33.30% 60.38% ສີ່ງນີ້ສະແດງວ່າຜູ້ໃຊ້ສ່ວນຫລາຍ (89%) ແມ່ນໃຊ້ໜ້ອຍກວ່າ > 1 GB. ຈຳນວນໜື່ງ (58%) ແມ່ນໃຊ໊ໜ້ອຍກວ່າ > 10 GB ຫລື ໃຊ້ຊຸດ “ບໍ່ຈຳກັດ”. ໂດຍທົ່ວໄປຜູ້ໃຊ້ໄດ້ ຈ່າຍເພີ່ມຂື້ນສຳລັບ ການໃຊ້ອິນເຕີເນັດເມື່ອ 2.44% ໜ້ອຍກວ່າ 500Mb ສົມທຽບໃສ່ໜື່ງປີ 8.54% 500Mb - 1Gb ຜ່ານມາ. 30.66% 1Gb - 10 Gb 24.56% ຫລາຍກວ່າ 10Gb 25.61% ບໍ່ຈໍາກັດ (Unlimited) ຫລຸດລົງຫລາຍກວ່າ 10% 8.91% ບໍ່ຮູ້ 6.31% 14  ູ້ໃຊ້ອິນເຕີເນັດບໍ່ເຄື່ອນທີ່ໃຊ້ຄວາມໄວ Q7. ຜ   ່ານປະເມີນຄວາມໄວອິນເຕິເນັດທີ່ Q8. ທ  ການບໍລິການຄືແນວໃດ? ທ່ານໃຊ້ຄືແນວໃດ? ຜູ້ໃຊ້ອິນເຕິເນັດບໍ່ເ ຄື່ອງທີ່ຜູ້ທີ່ໄດ້ຕອບຄຳ 39% ເວົ້າວ່າຄວາມໄວອິນເຕີເນັດແມ່ນຊ້າ ຫລື ຊ້າຫລາຍ. ຢ່າງໃດກໍ່ຕາມ ອີງຕາມຄຳເຫັນທີ່ ຖາມສ່ວນຫລາຍເວົ້າ ຂຽນໃສ່ແບບສອມຖາມສະແດງວ່າຄວາມໄວອິນ ວ່າພວກເຂົາໃຊ້ຄວາມ ່ ເຕີເນັດຍັງຊ້າຢູ. ໄວ 1-10 Mbps. 1-10Mbps 61% ເວົ້າວ່າຄວາມໄວອິນເຕີເນັດແມ່ນພຽງພໍ ຫລື ໄວ (ຫລາຍ) ໃນຂະນະທີ່ມີ. ພໍໃຊ້ ໄວ 3.90% ຫນ້ອຍກວ່າ 1Mbps ຊ້າ 49.18% 11.52% 23.46% 25.95% 1 – 10Mbps ໄວຫລາຍ 4.37% 11 – 100Mbps ຊ້າຫລາຍ 0.61% 15.24% 2.76% ຫລາຍກວ່າ 100Mbps 45.44% ບໍ່ສາມາດຕອບໄດ້ (ສໍາລັບຜູ້ທີ່ນໍາໃຊ້ພຽງແຕ່ ອິນເຕີເນັດຢູ່ໂທລະສັບເທົ່ານັ້ນ) 17.59% ບໍ່ຮູ້ວ່ານໍາໃຊ້ຄວາມໄວເທົ່າໃດ ການເຂົ້າອິນເຕີເນັດມີຄວາມໄວ້ວາງໃຈໄດ້ຄືແນວໃດ? Q9.   ເຊື່ອຖືໄດ້ດີຫລາຍ (ບໍ່ເຄີຍມີບັນຫາ) 8.51% ເຊື່ອຖືໄດ້ (ມີບັນຫາ ບໍ່ເກິນ 1 ຫລື 2 ຄັ້ງ ຕໍ່ເດືອນ) 52.78% ເຊື່ອຖືບໍ່ໄດ້ (ມັກມີບັນຫາ 1 ຫລື 2 ຄັ້ງ ຕໍ່ອາທິດ) 17.62% ເຊື່ອຖືບໍ່ໄດ້ ຂື້ນກັບເວລານໍາໃຊ້ໃນມື້ນັ້ນໆ 12.67% (ຕົວຢ່າງ: ທຸກໆຕອນແລງວັນສຸກ) ເຊື່ອຖືບໍ່ໄດ້ເລີຍ (ມີບັນຫາຕະຫລອດທຸກໆມື້) 8.42% 0 10 20 30 40 50 60 70 80 90 100 % ເຖິງແມ່ນວ່າໄດ້ກ່າວເຖິງເລື່ອງຄວາມໄວ້ວາງໃຈ ແຕ່ວ່າຂໍ້ມູນໂດຍລວມແມ່ນຍັງບໍ່ທັນຄືກັນ. ໃນການສຳຫລວດປະ ກົດວ່າ 61% ກ່າວວ່າການເຂົ້າໃຊ້ອິນເຕິເນັດຂອງພວກເຂົາແມ່ນແມ່ນວາງໃຈໄດ້ ແຕ່ວ່າກໍ່ມີຈຳນວນຜູ້ໃຊ້ຫລາຍເຖິງ 39% ທີ່ເວົ້າວ່າການເຂົ້າໃຊ້ອິນເຕີເນັດຂອງພວກເຂົາແມ່ນບໍ່ວາງໃຈໄດ້. ສ່ວນຫລາຍແມ່ນຂຶ້ນກັບວ່າແມ່ນຜູ້ໃຊ້ກຸ່ມໃດ, ໃຊ້ຫລາຍປານໃດ ແລະ ໃຊ້ເພື່ອຈຸດປະສົງອັນໃດ. ໂດຍປົກກະຕິຄວາມຕ້ອງການແມ່ນເພີ່ມຂຶ້ນໃນເມື່ອຜູໃ ້ ຊ້ມຄີ ວາມໄວ້ ວາງໃຈຕໍ່ອິນເຕີເນັດທີ່ພວກເຂົາໃຊ້. ທ່ານເຄີຍສະເໜີຕໍ່ວ່າກ່ຽວກັບການບໍລິການລູກຄ້າ ບໍ່? Q10.   ເຄີຍ ບໍ່ເຄີຍ ປະມານເຄີ່ງໜື່ງຂອງຜູ້ໃຊ້ໄດ້ ສະເໜີຕໍ່ວ່າ 51.26% 48.74% ກ່ຽວກັບການບໍລິການລູກຄ້າ. 15 ເອກະສານຊ້ອນທ້າຍ 1. ການສຳຫລວດຜູ້ໃຊ້ ທາ Q11.   ້ ຍາກບໍ່ຕຄ ່ ນມີຄວາມຫຍຸງ ຸ ນະພາບ ໍ່ ນ Q12.   ການໃຊ້ອິເຕີເນັດຂອງທ່ານໄດ້ຖືກຈຳ ຂອງການເຂົ້າໃຊ້ອິນເຕີເນັດ? ກັດໂດຍປັດໃຈຕໍ່ໄປນີ້ບໍ່? ! ! 13.60% ຄຸນນະພາບການ ບໍລິການຕໍ່າ $ 33.51% ລາຄາສູງ 21.16% ບໍ່ມີບັນຫາຫຍັງ $ 41.05% ຈໍາກັດທາງດ້ານຄຸນ ນະພາບ ແລະ ລາຄາ 53.20% ມີຄວາມຫຍຸ້ງຍາກ ສໍາລັບການນໍາໃຊ້ ແອັບພລີເຄຊັນ ທີ່ຕອ້ ງໄດ້ໃຊ້ອນິ ເຕີເນັດ 11.84% ບໍ່ມີຄວາມຈໍາ ໄວ (ຕົວຢ່າງ: ໂທລະສັບແບບວິດໂ ີ ອ, ກັດຫຍັງ ໂຫລດເບີ່ງວິດີໂອ, ຢູທູບ) 25.64% ມີຄວາມຫຍຸ້ງຍາກຫລາຍ, ແມ້ແຕ່ນໍາ ນີ້ສະແດງວ່າການບໍລິການອິນເຕີເນັນດໃນ ສປປ ລາວ ໃຊ້ອິນເຕີເນັດໃນເຂົ້າໃນປະເພດການ ບໍ່ຕອບສະໜອງຕາມຄວາມຄາດຫວັງຂອງຜູ້ໃຊ້. 88% ຕິດຕໍ່ທີ່ງ່າຍດາຍ (ເຊັ່ນ: ອີເມວ, Line, ເວົ້າວ່າພວກເຂົາມີຄວາມຈຳກັດຍ້ອນລາຄາ ແລະ/ຫລື Whatsapp, ໂທລະສັບແບບສຽງ, ຄຸນະພາບ. ການອາໄສຫລາຍຕໍ່ອິນເຕີເນັດເຄື່ອນທີ່ ແລະ Facebook) ການມີຜໃ ໍ່ າຍສຳລັບອິນເຕີເນັດບໍ່ເຄື່ອນທີ່ຄວາມໄວ ູ້ ຊ້ບຫລ ສູງ ຍີ່ງເຮັດໃຫ້ປະເດັນນີ້ບໍ່ດີຕື່ມອີກ. ຄຳຕອບນີ້ສະແດງວ່າມີບັນຫາກັບການສື່ສານຜ່ານວິດີ ໂອຊື່ງແມ່ນບັນຫາໃຫຍ່ກວ່າໝູ່ ເຖິງແມ່ນການບໍລິການ  ່ານມີຄວາມສົນໃຈຢາກມີອິນເຕີເນັດ Q13. ທ  ພື້ນຖານບາງຢ່າງກໍ່ພາໃກ້ມີຄວາມຫຍຸ້ງຍາກເຊັ່ນກັນສຳ ທີ່ດີກວ່າເກົ່າ ບໍ່? ລັບ 25% ຂອງຜູ້ໃຊ້. ການສື່ສານຜ່ານວິດີໂອມັກເປັນ ບັນຫາເນື່ອງຈາກຕ້ອງໃຊ້ຂໍ້ມູນຫລາຍໃນອິນເຕີເນັດ ອິນເຕີເນັດທີ່ໄວຂຶ້ນ ແລະ ມີ data ໍ່ ມ່ນທາງເລືອກຫລັກ ເຄື່ອນທີ່ ແລະ ອິນເຕີເນັດເຄື່ອນທີ່ກແ ຫລາຍຂຶ້ນ (“ບໍ່ຈຳກັດ”) ແມ່ນສີ່ງ ຂອງການໃຊອິນິເຕີເນັດ. ນອກຈາກນັ້ນ ໃນ ສປປ ລາວ ທີ່ຕ້ອງການຫລາຍ. ບັນຫາອັນໜື່ງແມ່ນ ຜູ້ໃຊ້ຈຳນວນຫລາຍຍັງໃຊ້ 3G ແທນທີ່ຈະໃຊ້ LTE ສັນຍານທີ່ໄວ້ໃຈໄດ້ ແຕ່ວ່າກໍ່ບໍ່ແມ່ນ ຊື່ງເຮັດໃຫ້ການໃຊ້ບໍ່ໄດ້ດີ. ບັນຫາຫລັກ. ສີ່ງທີ່ຈະແຈ້ງກໍ່ຄືວ່າ ມີຜູ້ໃຊ້ຈຳນວນໜ້ອຍທີ່ພໍໃຈແລ້ວກັບ ຜູ້ໃຊ້ອາດຕ້ອງການໃຊ້ການສື່ສານຜ່ານວິດີໂອ ແຕ່ວ່າ ການບໍລິການອິນເຕີເນັດໃນປະຈຸບັນ. ອີນເຕີເນັດເຄື່ອນທີ່ບໍ່ມີຄວາມສາມາດທີ່ຈະໃຫ້ບໍລິການ ດ້ວຍຄຸນນະພາບດີສຳລັບຜູ້ໃຊ້ຈຳນວນຫລວງຫລາຍ. 61.89% ມີເຄືອຂ່າຍອິນເຕີເນັດທີ່ໄວກວ່າ ສີ່ງນີ້ຢືນຢັນຂໍ້ມູນຂອງບົດລາຍງານທີ່ວ່າການບໍລິການ 37.31% ມີຄວາມເຊື່ອຖືໄດ້ຫລາຍກວ່າ ອີເຕີເນັດຄວາມໄວສູງເຄື່ອນທີ່ແມ່ນບໍ່ມີຄວາມສາມາດ 66.14% ມີ ແພັກເກັດ ໃຫ້ເລືອກຫລາຍກວ່າ, ລວມທັງ ພຽງພໍສຳລັບການສົ່ງຂໍ້ມູນຂະໜາດໃຫຍ່. ແພັກເກັດແບບບໍ່ຈໍາກັດ (Unlimited) 3.98% ບໍ່ສົນໃຈ, ການບໍລິການອິນເຕີເນັດທີ່ມີຢູ່ແມ່ນ ພໍໃຈແລ້ວ 16 ທ່ານພ້ອມແລ້ວທີ່ຈະຈ່າຍເພີ່ມໄດ້ອີກເທົ່າໃດສຳລັບອິນເຕີເນັດທີ່ດີກວ່າເກົ່າ? Q14.   ຍິນດີຈ່າຍເພີ່ມອີກ ແຕ່ຫນ້ອຍກວ່າ 10% 27.27% ຍິນດີຈ່າຍເພີ່ມອີກ 10 – 20% 14.14% ຍິນດີຈ່າຍເພີ່ມອີກ ຫລາຍກວ່າ 20% 2.02% ບໍ່ຍິນດີທີ່ຈະຈ່າຍເພີ່ມອີກ 56.57% 0 10 20 30 40 50 60 70 80 90 100 % ີ ນ ຄວາມພ້ອມທີ່ຈະຈ່າຍເພີ່ມແມ່ນຂ້ອນຂ້າງຈຳກັດຊື່ງອາດຊີ້ໃຫ້ເຫັນວ່າການທີ່ມອ ີ ວ່າເກົ່າດ້ວຍລາຄາແພງ ິ ເຕີເນັດທີ່ດກ ຂຶ້ນບໍ່ແມ່ນທາງເລືອກສຳລັບຜູ້ຕອບຄຳຖາມສ່ວນຫລາຍ. ທ່ານເຄີຍໃຊ້ການບໍລິການຂອງລັດ Q15.   ທ່ານຄິດວ່າຈະມີຄວາມເປັນໄປໄດ້ຄື Q16.   ຖະບານທາງອອນລາຍບໍ່? ິ ານທາງ ແນວໃດທີ່ຈະໄດ້ໃຊ້ການບໍລກ ອອນລາຍຂອງລັດຖະບານ ຖ້າວ່າມີ? ເຄີຍ 33.62% 41.90% ມີຄວາມເປັນໄປໄດ້ຫລາຍ 39.98% ມີຄວາມເປັນໄປໄດ້ 12.15% ມີຄວາມເປັນໄປໄດ້ໜ້ອຍນຶ່ງ 2.48% ບໍ່ມີຄວາມເປັນໄປໄດ້ 3.46% ຈະບໍ່ເກີດຂຶ້ນເລີຍ ຄຳຕອບປະກົດວ່າໄດ້ ຊີ້ໃຫ້ເຫັນເປີເຊັນສູງຂອງ ບໍ່ເຄີຍ ຜູ້ໃຊ້ທີ່ຢາກໃຊ້ການບໍລິກ 66.38% ານຂອງລັດຖະບານທາງ ອອນລາຍໂດຍອີງຕາມ ການສຳຫລວດໄດ້ສັງເກດເຫັນວ່າໜື່ງສ່ວນສາມຂອງ ການເພີ່ມຂຶ້ນຂອງຄວາມ ຜູ້ໃຊ້ເວົ້າວ່າພວກເຂົ້າໄດ້ໃຊ້ການບໍລິການຂອງລັດບາງ ຄຸ້ນເຄີຍກັບການບໍລິການ ຢ່າງທາງອອນລາຍ ຊື່ງສະແດງໃຫ້ເຫັນວ່າການຄ້າທາງ ທາງອອນລາຍດ້ານ ອິເລັກໂຕຣນິກຂອງລັດຖະບານອາດມີຫລາຍກວ່າທີ່ໄດ້ ອື່ນໆ, ຕົວຢ່າງ ການຄ້າ ຄາດໄວ້ໃນເມື່ອກ່ອນ. ການສຳຫລວດບໍ່ໄດ້ຖາມວ່າພວກ ຜ່ານທາງເອເລັກໂຕຣນິກ. ເຂົາໄດ້ໃຊ້ການບໍລິການອັນໃດແທ້ ແຕ່ວ່າອາດຕ້ອງ ສຳຫລວດເລື່ອງນີ້ເພີ່ມຕື່ມອີກ. 17 The World Bank Group Lao PDR Country Office, East Asia and Pacific Region Xieng Ngeun Village, Chao Fa Ngum Road, Chantabouly District, Vientiane, Lao PDR worldbank.org/lao